• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຜັນຂະຫຍາຍໂຄງການຂຸດຄົ້ນບໍ່ແຮ່ໃຫຍ່ສຸດຢູ່ລາວ

ນີ້ແມ່ນໂຄງການລົງທຶນເຂົ້າຂົງເຂດຂຸດຄົ້ນບໍ່ແຮ່ໃຫຍ່ສຸດຂອງ ຫວຽດນາມ ຢູ່ລາວ ນັບແຕ່ກ່ອນມາຮອດປັດຈຸບັນ.


ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ແລະ ຜູ້ຕາງໜ້າກຸ່ມບໍລິສັດ ຫວຽດເຟືອງ ມອບ ສັນຍາໃຫ້ກັນ ພາຍຫຼັງການລົງນາມ

(ພາບ: Kien Pham/Vietnam+)

 

ຕອນບ່າຍວັນທີ 11 ກັນຍາ, ຢູ່ກະຊວງແຜນການ ແລະ ການລົງທຶນລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ດໍາເນີນພິທີລົງນາມໃນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ   ບອກຊິດ ແລະ ກໍ່ສ້າງໂຮງງານຜະລິດ ອາລຸມີນາດ ລະຫວ່າງລັດຖະບານລາວ ແລະ ຜູ້ຕາງໜ້າກຸ່ມບໍລິສັດລົງທຶນ ຫວຽດເຟືອງ (VPG) ຂອງຫວຽດນາມ. ນີ້ແມ່ນໂຄງການລົງທຶນເຂົ້າຂົງເຂດຂຸດຄົ້ນບໍ່ແຮ່ໃຫຍ່ສຸດຂອງ ຫວຽດນາມ ຢູ່ລາວ ນັບແຕ່ກ່ອນມາຮອດປັດຈຸບັນ.

        ໂດຍນອນຢູ່ເມືອງດັກຈຶງ,ແຂວງເຊກອງ, ເຊິ່ງເປັນໜຶ່ງໃນບັນດາເຂດທີ່ທຸກຍາກ ແລະ ປະສົບຄວາມຫຍຸ້ງຍາກທີ່ສຸດຂອງລາວ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງທາດ ບອກຊິດ ຂອງກຸ່ມບໍລິສັດລົງທຶນ ຫວຽດເຟືອງ  ມີເນື້ອທີ່ເກືອບ 100 km2 ດ້ວຍຍອດມູນຄ່າລົງທຶນທັງໝົດ ແມ່ນປະມານ 650 ລ້ານ USD. ນີ້ແມ່ນໂຄງການນອນໃນໄລຍະການປະຕິບັດສັນຍາຮ່ວມມືເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດເຕັກນິກ ໄດ້ລົງນາມລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານ ລາວ ເພື່ອແນໃສ່ພັດທະນາອຸດສາຫະກໍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ບອກຊິດ.

(ແຫຼ່ງຄັດຈາກ VOV)


ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top