• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ

ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເມື່ອວັນທີ 30 ມັງກອນ ທີ່ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກິດຈະການກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane ເຂົ້າຢ້ຽມຄຳນັບ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ
ແລະ  ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເນັ້ນໜັກວ່າ ປີ 2018 ແມ່ນປີທີ່2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ສະເໜີ 2 ປະເທດສືບຕໍ່ຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງ, ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ….

     ສ່ວນ ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane ເນັ້ນໜັກເຖິງການພັດທະນາເສດຖະກິດ ແລະ ການປະຕິຮູບດ້ານການບໍລິຫານ, ໃນນັ້ນມີການກໍ່ສ້າງພື້ນຖານໂຄງລ່າງຄຸນນະພາບສູງ, ຊຸກຍູ້ການເຈລະຈາເພື່ອລົງນາມໃນສັນຍາໜູນຊ່ວຍດ້ານຍຸດຕິທຳໃນຄະດີອາຍາ ແລະ ສັນຍາສົ່ງຜູ້ຕ້ອງໂທດ.

(ແຫຼ່ງຄັດຈາກ VOV)


ປະ​ຊາ​ຊົນ​ເຂັ້ມ​ແຂງ - ປະ​ເທດ​ຊາດ​ພັດ​ທະ​ນາ

ປະ​ຊາ​ຊົນ​ເຂັ້ມ​ແຂງ - ປະ​ເທດ​ຊາດ​ພັດ​ທະ​ນາ

ເຫດ​ການ​ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເພື່ອ​ແນໃສ່​ຫັນ​ ການ​ກຳ​ທິດ​​ຈາກ​ “ການ​ປິ່ນ​ປົວ​ພະ​ຍາດ” ​ມາເປັນ “​ການ​ປ້ອງ​ກັນ​ພະ​ຍາດ”

Top