• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງໜ້າ ແລະ ເປັນເຈົ້າການໃນການເຂົ້າຮ່ວມຂະບວນການ ອົງການກາແດງ ແລະ ຊິກວົງເດືອນແດງສາກົນ

      ຫວຽດນາມ ຍາມໃດກໍ່ປະຕິບັດບັນດາພັນທະຂອງຕົນຢ່າງເຂັ້ມງວດ ຕາມບັນດາສົນທິສັນຍາ ເຊີແນວ ຄື ສະໜອງຂໍ້ມູນຂ່າວສານ, ຮັບປະກັບການໜູນຊ່ວຍດ້ານສາທາລະນະສຸກ

ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ເຊີແນວ ແລະ ທ່ານນາງ ຫງວຽນທິຊວັນທູ, ປະທານສະພາກາແດງ ຫວຽດນາມ ປະຈຳ ສະຫະພັນ ກາແດງ ແລະ ຊີກວົງເດືອນແດງ ສາກົນ ຄັ້ງທີ 33 (ພາບ: TTXVN)
      ໃນລະຫວ່າງ ວັນທີ 9 – 12 ທັນວາ, ກອງປະຊຸມ ກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 33 ເຊິ່ງໄດ້ດຳເນີນຢູ່ ເຊີແນວ (ສະວິດ) ໂດຍມີການເຂົ້າຮ່ວມຂອງຜູ້ແທນ 2000 ທ່ານ ທີ່ຕາງໜ້າໃຫ້ແກ່ ຄະນະຜູ້ແທນ 196 ຄະນະທີ່ມາຈາກບັນດາລັດຖະບານ ແລະ ບັນດາອົງການສັງເກດການ, ພ້ອມກັບຄະນະກຳມະການສະພາກາແດງສາກົນ, ສະຫະພັນ ກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ສະພາກາແດງ ແລະ ຊີກວົງເດືອນແດງ ຂອງ 192 ປະເທດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງຈີ໊ຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ຢູ່ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ປະຕິບັດບັນດາພັນທະຂອງຕົນຢ່າງເຂັ້ມງວດ ຕາມບັນດາສົນທິສັນຍາ ເຊີແນວ ຄື ສະໜອງຂໍ້ມູນຂ່າວສານ, ຮັບປະກັບການໜູນຊ່ວຍດ້ານສາທາລະນະສຸກ… ທ່ານ ເຢືອງຈີືືຶິິືຶ໊ຢຸງ ເນັ້ນໜັກວ່າ ຫຼັກການພື້ນຖານຂອງກົດໝາຍວ່າດ້ວຍມະນຸດສະທຳສາກົນແມ່ນເຄົາລົບຊີວິດ ແລະ ກຽດສັກສີ ຂອງ ມະນຸດ, ນັບທັງຢູ່ໃນສະພາບທີ່ຮ້າຍແຮງທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top