• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັດສິນໃຈປົກປັກຮັກສາອະທິປະໄຕຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ

      ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດຢ້ຽມຢາມສ.ເກົາຫຼີ ແລະ ເຂົ້າຮ່ວມການເຈລະຈາປ້ອງກັນຊາດ ເຊີອຸນ 2017 ແລະ ການເຈລະຈານະໂຍບາຍປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ

(ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ)
      ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: 2 ບັນຫາຕົ້ນຕໍເຊິ່ງບັນດາຜູ້ແທນສົນໃຈທີ່ການເຈລະຈາປ້ອງກັນຊາດ Seoul 2017 ແມ່ນບັນຫານິວເຄຼຍຂອງສປປ.ເກົາຫຼີ ແລະ ຄວາມໝັ້ນຄົງຢູ່ທະເລ. ທີ່ກອງປະຊຸມຢູ່ເຊີອຸນ, ບັນດາປະເທດໄດ້ສົນໃຈເປັນພິເສດເຖິງຄວາມໝັ້ນຄົງຢູ່ບັນດາເຂດທະເລທາງທິດຕາເວັນອອກ, ລວມມີທະເລຕາເວັນອອກ ແລະ ທະເລຮວາຕຸງ ຂອງຍີ່ປຸ່ນ, ໂດຍສະເພາະແມ່ນຢູ່ທະເລຕາເວັນອອກ. ນອກຈາກການກະທຳບໍ່ປະຕິບັດຕາມກົດໝາຍສາກົນ, ບັນດາຜູ້ແທນມີຄວາມວິຕົກກັງວົນຢ່າງເລິກເຊິ່ງເຖິງເລື່ອງບູລະນະຢູ່ບັນດາຫາດດອນຫີນ ແລະ ສ້າງບັນດາເກາະກາຍເປັນຖານທີ່ໝັ້ນການທະຫານ ຫຼື ເຄິ່ງການທະຫານຢູ່ທະເລຕາເວັນອອກ. ພົນໂທກໍ່ໄດ້ຕີລາຄາວ່າ, ຜ່ານກອງປະຊຸມຄັ້ງນີ້ອາດຈະເຫັນແຈ້ງວ່າ, ບັນຫາຄວາມໝັ້ນຄົງຢູ່ທະເລຕາເວັນອອກໄດ້ກາຍເປັນບັນຫາທົ່ວໂລກ ແລະ ພິເສດນີ້ແມ່ນບັນຫາໃຫຍ່ກວ່າໝູ່ຢູ່ພາກພື້ນ. ພົນໂທ ຫງວຽນຈິ໋ວິ້ງ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເຄົາລົບກົດໝາຍສາກົນ ແລະ ຢຶດໝັ້ນເດີນຕາມບັນດາມາດຕະການສັນຕິພາບເພື່ອຕໍ່ສູ້ ແລະ ຮ່ວມມື, ພ້ອມກັນຊອກຫາສັນຕິພາບ ແລະ ພັດທະນາຢູ່ທະເລຕາເວັນອອກ. ພົນໂທກໍ່ໃຫ້ຮູ້ວ່າ, ທັດສະນະຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກທຸກໆປະເທດ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top