• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາມໃດກໍຖືອັກຊັງຕີນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າໃນພາກພື້ນອາເມລິກາລາຕີນ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 28 ຫາວັນທີ 31/7/2018

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie

ທີ່ການເຈລະຈາໃນຕອນເຊົ້າວັນທີ 30 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie ໄດ້ເຫັນດີຕີລາຄາສາຍພົວພັນຮ່ວມມືລະຫວ່າງຫວຽດນາມ-ອັກຊັງຕີນໃນ 45 ປີທີ່ຜ່ານມາ, ຊຶ່ງໄດ້ພັດທະນາຢ່າງຕັ້ງໜ້າໃນທຸກໆຂົງເຂດ. 2 ຝ່າຍໄດ້ເຫັນດີນຳກັນ ສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາໂຄງການຮ່ວມມືລະອຽດໃນຂົງເຂດກະສີກຳ, ການຢາ, ອຸດສາຫະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ….

     ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ ແລະ ສາສະໜາອັກຊັງຕີນ Jorge Faurie. ທີ່ການຕ້ອນຮັບ, ທ່ານ ຮ່ວາງບີງກວນ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖືອັກຊັງຕີນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າໃນພາກພື້ນອາເມລິກາລາຕີນ ພ້ອມທັງຫວັງຢາກປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອັງຊັງຕີນ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top