• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບສ.ເກົາຫຼີ


ທ່ານນາງ ດັ້ງ​ທິ​ຫງ໋ອກທິ້ງ, ຮອງ​ປະ​ທານ​ປະ​ເທດຫວຽດ​ນາມ 
​ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ

(ພາບ: TTXVN)
      ຫວຽດ​ນາມ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ສ.ເກົາຫຼີ. ນີ້​ແມ່ນ​ຄຳ​ຢືນ​ຢັນ ​ຂອງ ທ່ານ ນາງ ດັ້ງ​ທິ​ຫງ໋ອກທິ້ງ ຮອງ​ປະ​ທານ​ປະ​ເທດຫວຽດ​ນາມ ເມື່ອ​ໃຫ້​ກຽດ​ຕ້ອນ​ຮັບ ທ່ານ Lee Hynk, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ, ໃນ​ຕອນ​ເຊົ້າ​ ວັນ​ທີ 29/8, ຢູ່​ຮ່າ​ໂນ້ຍ. ທ່ານ ນາງຮອງ​ປະ​ທານ​ປະ​ເທດ ໄດ້ອວຍ​ພອນ ​ທ່ານ Lee Hynk ທີ່ເຂົ້າ​ຮັບ​ຕຳ​ແໜ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ, ທ່ານ ນາງ ດັ້ງ​ທິ​ຫງ໋ອກທິ້ງ ຮອງ​ປະ​ທານ​ປະ​ເທດ ຊີ້​ແຈ້ງ​ວ່າ: ຫວຽດ​ນາມ ແລະ ສ.ເກົາຫຼີ ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ເຂັ້ມ​ແຂງຢ່າງ​ຕໍ່​ເນື່ອງ, ບັນ​ລຸ​ໄດ້ຫຼາຍ​ບາດ​ກ້າວ​ທີ່​ສຳ​ຄັນ​ ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ລົງ​ທຶນ, ການ​ຄ້າ.
        ສ່ວນທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Lee Hynk ຢືນ​ຢັນ​ວ່າ:  ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເອງ ເພື່ອ​ສືບ​ທອດ​ໝາກ​ຜົນການ​ພົວ​ພັນ​ສອງ​ປະ​ເທດ ​ທີ່ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ຍືນ​ຍົງ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Lee Hynk ໃຫ້​ຮູ້​ວ່າ: ສ.ເກົາຫຼີ ຍາມ​ໃດ​ກໍ່​ຈະ​ສະ​ໜັບ​ສະ​ໜູນ​ບົດ​ບາດ ກໍ່​ຄື​ທັດ​ສະ​ນະ​ ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top