• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມຊຸກຍູ້ການພົວພັນຮ່ວມມືອາຊຽນ-ອາເມລິກາຢ່າງຕັ້ງໜ້າ

ແຕ່ວັນທີ 15-16 ກຸມພາ 2016, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ນຳພາຄະນະຜູ້ແທນ ຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ພິເສດ ອາຊຽນ-ອາເມລິກາ ຊຶ່ງຈັດຂຶ້ນຢູ່ທີ່ Sunnylands, ລັດ California, ສະຫະລັດອາເມລິກາ. ກອງປະຊຸມຄັ້ງນີ້ເປັນຂີດໝາຍໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອາເມລິກາ, ສະແດງໃຫ້ເຫັນທີ່ຕັ້ງ,  ບົດບາດ ແລະ ອິດທິພົນທີ່ນັບມື້ນັບສູງຂອງອາຊຽນໃນເວທີສາກົນ; ເປັນໂອກາດທີ່ສຳຄັນເພື່ອໃຫ້ບັນດາປະເທດອາຊຽນ ແລະ ສ. ອາເມລິກາ ປຶກສາຫາລືນໍາກັນກ່ຽວກັບບັນດາບັນຫາທີ່ສຳຄັນກ່ຽວຂ້ອງກັບການຮັກສາສັນຕິພາບ,   ຄວາມສະຫງົບໃນພາກພື້ນ ກໍຄືຊຸກຍູ້ການພັດທະນາເສດຖະກິດຂອງສອງຝ່າຍ. 
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງພ້ອມກັບບັນດາທ່ານຜູ້ນຳອາຊຽນ ແລະ ທ່ານປະທານາທິບໍດີ ສ.ອາເມລິກາ Barack Obama ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບຫົວເລື່ອງ “ຊຸກຍູ້ພາກພື້ນໃຫ້ມີຄວາມວັດຖະນາຖາວອນ ຕາມທິດເສີມຂະຫຍາຍນຳ້ໃຈດຳເນີນທຸລະກິດ ແລະ ປະດິດສ້າງ”; ປຶກສາຫາລືກ່ຽວກັບຫົວເລື່ອງ “ປົກປັກຮັກສາສັນຕິພາບ, ຄວາມວັດຖະນາຖາວອນ ແລະ ຄວາມສະຫງົບຢູ່ທະວີບອາຊີ-ປາຊີຟິກ”;  ເຂົ້າຮ່ວມງານ ຮັບປະທານອາຫານຄຳ່  ແລະ ປຶກສາຫາລືກ່ຽວກັບ “ພາບຍຸດທະສາດ ພາກພື້ນໃນອະນາຄົດ.

ໃນໄລຍະຢູ່ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ປະທານາທິບໍດີ Barack Obama; ພົບປະສອງຝ່າຍກັບທ່ານ ປະທານາທິບໍດີອິນໂດເນເຊຍ Joko Widodo, ທ່ານນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ; ຮ່ວມກັບບັນດາທ່ານຜູ້ນຳອາຊຽນ ແລະ ອາເມລິກາ ພົບປະ, ແລກປ່ຽນຄວາມຄິດເຫັນກັບຜູ້ຕາງໜ້າກຸ່ມບໍລິສັດແຖວໜ້າຈຳນວນໜຶ່ງຂອງອາເມລິກາເຊັ່ນ: IBM, Microsoft, Cisco… ແນໃສ່ສະເໜີແນະ  ແລະ ຊອກຫາມາດຕະການຕ່າງໆເພື່ອຊຸກຍູ້ພື້ນຖານເສດຖະກິດດີຈີທອນ ແລະ ການຮ່ວມມື, ຊ່ວຍໜູນຂອງບັນດາບໍລິສັດອາເມລິກາໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຊີຂ່າວສານຂອງບັນດາປະເທດອາຊຽນ.

ທ່ານປະທານາທິບໍດີອາເມລິກາ Barack Obama ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນເວລາມາເຂົ້າຮ່ວມພິທີໄຂ
ກອງປະຊຸມຂັ້ນສູງພິເສດ ອາຊຽນ-ອາເມລິກາ. ພາບ: ດຶກຕ໋າມ/VNA



ບັນດາທ່ານຫົວໜ້າຄະນະເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ອາຊຽນ-ອາເມລິກາ. ພາບ: ດຶກຕ໋າມ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ທີ່ພິທີໄຂກອງປະຊຸມຂັ້ນສູງ ພິເສດ ອາຊຽນ-ອາເມລິກາ ພາບ: ດຶກຕ໋າມ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ພ້ອມກັບຜູ້ນຳບັນດາປະເທດ ອາຊຽນ ແລະ ປະທານາທິບໍດີ Barack Obama ເຂົ້າຮ່ວມ
ວາລະ ປະຊຸມວ່າດ້ວຍການປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະ
ຄວາມສະຫງົບໃນພາກພື້ນອາຊີ-ປາຊີຟິກ. ພາບ: ດຶກຕ໋າມ/VNA

 
ໃນຖານະເປັນເຈົ້າພາບກອງປະຊຸມ, ທ່ານປະທານາທິບໍດີ Barack Obama ໄດ້ສະແດງຄວາມຍິນດີຕໍ່ການກໍາເນີດປະຊາຄົມອາຊຽນ, ຢືນຢັນອາເມລິກາຖືເປັນສຳຄັນການພົວພັນກັບອາຊຽນ, ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນທີ່ພວມປະກົດເປັນຮູບເປັນຮ່າງ. ທ່ານປະທານາທິບໍດີ Barack Obama ມີຄວາມປາດຖະໜາວ່າ, ອາເມລິກາ ພ້ອມກັບບັນດາປະເທດອາຊຽນຈະສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າໃຫ້ມີການຂະຫຍາຍຕົວຢ່າງແຂງແຮງຂຶ້ນຕື່ມອີກ.

ກ່າວປາໄສໃນວາລະປຶກສາຫາລືກ່ຽວກັບຫົວເລື່ອງ “ຊຸກຍູ້ຄວາມວັດຖະນາຖາວອນພາກພື້ນຕາມທິດເສີມຂະຫຍາຍນຳ້ໃຈດຳເນີນທຸລະກິດ ແລະ ປະດິດສ້າງ”, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງໄດ້ເນັ້ນໜັກວ່າ, ໃນຖານະເປັນສະມາຊິກ ທີ່ມີຄວາມຂະຫຍັນຂັນແຂງ ແລະ ຮັບຜິດຊອບຜູ້ໜ່ຶງຂອງອາຊຽນ, ຫວຽດນາມໄດ້ອອກແຮງ ປະກອບສ່ວນເພື່ອປະຊາຄົມອາຊຽນ ແລະ ການພັດທະນາຢ່າງວັດຖະນາຖາວອນຢູ່ພາກພື້ນ.

ໃນຕໍ່ໜ້າ, ຫວຽດນາມຈະຊຸກຍູ້ ຂະບວນວິວັດແຫ່ງການປ່ຽນແປງໃໝ່ ຢ່າງຮອບດ້ານຄົບຊຸດ, ຕັ້ງໜ້າຜັນຂະຫຍາຍນະໂຍບາຍເຊື່ອມໂຍງກັບສາກົນຢ່າງກວ້າງຂວາງ ເລິກເຊິ່ງ ແລະ ເຂົ້າຮ່ວມການຜູກພັນເສດຖະກິດໃນຫລາຍຊັ້ນ-ຂັ້ນ, ໃນນັ້ນປະຊາຄົມເສດຖະກິດອາຊຽນ(AEC), ເວທີປາໄສຮ່ວມມືເສດຖະກິດອາຊີ-ອາຊີຟິກ(APEC), ສັນຍາຄູ່ຮ່ວມມືຂ້າມປາຊີຟິກ(TPP) ແລະ ສັນຍາຄູ່ຮ່ວມມືເສດ ຖະກິດຮອບດ້ານພາກພື້ນ (RCEP) ເປັນຕົ້ນຕໍ.

ເມື່ອເນັ້ນໜັກເຖິງລະດັບຄວາມສຳຄັນໃນຍຸດທະສາດຂອງການພົວພັນ ອາຊຽນ-ອາເມລິກາ ກ່ຽວກັບບັນຫາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ  ໄດ້ສະເໜີວ່າ, ໃນໄລຍະຕໍ່ໜ້າຈະມາເຖິງນີ້  ທັງສອງ ຝ່າຍຕ້ອງຜັນຂະຫຍາຍ ບັນດາໂຄງການຮ່ວມມືທີ່ໄດ້ຕົກລົງ ນຳກັນແລ້ວຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນແຜນການ ເຄື່ອນໄຫວ ອາຊຽນ-ອາເມລິກາໄລຍະ 2016-2020, ເພີ່ມທະວີ ບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ແບ່ງປັນບົດຮຽນຕັ້ງຕົວ, ປັນຍາຄວາມຮູ້, ເຕັກໂນໂລຊີລະຫວ່າງບັນດາວິສາຫະກິດອາຊຽນ ແລະ ອາເມລິກາແນໃສ່ຊ່ວຍໜູນອາຊຽນ ກໍ່ສ້າງສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດໃຫ້ສະດວກສໍາລັບການປ່ຽນແປງໃໝ່, ປະດິດສ້າງ, ຂະຫຍັນຂັນເຄື່ອນ, ຍົກສູງກຳລັງຄວາມສາມາດ ໃນຂົງເຂດເຕັກໂນໂລຊີຂ່າວສານ ແລະ ພັດທະນາທີ່ຍືນຍົງ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງກໍນຳສະເໜີການຈັດຕັ້ງສູນອາຊຽນ-ອາເມລິກາກ່ຽວກັບຊ່ວຍໜູນການຕັ້ງຕົວ ແລະ ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ຫວຽດນາມຂຶ້ນ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການປະດິດສ້າງ ແລະ ການເຊື່ອມຕໍ່ຂອງບັນດາວິສາຫະກິດອາຊຽນອີກດ້ວຍ. 

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນການພົບປະແລກປ່ຽນ ຄຳຄິດຄຳເຫັນກັບທ່ານ ປະທານາທິບໍດີ Barack Obama. ພາບ: ດຶກຕ໋າມ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນການພົບປະສອງຝ່າຍ ກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນການພົບປະສອງຝ່າຍ ກັບທ່ານນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ. ພາບ: ຖົ໋ງເຍິດ/VNA
 
ສະຖານະການເຄັ່ງຕຶງໃນມໍ່ໆນີ້ຢູ່ທະເລຕາເວັນອອກ, ແຫຼມເກົາຫຼີ, ການກໍ່ການຮ້າຍທີ່ ຈາກາຕາ, ບັນຫາຄວາມສະຫງົບທາງອິນເຕີເນັດ, ອາດສະຍາກໍາຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ… ແມ່ນບັນດາບັນຫາທີ່ຫລາຍປະເທດໃຫ້ຄວາມສົນໃຈແລະ ແບ່ງປັນຄວາມຄິດເຫັນໃນກອງປະຊຸມ. ໃນສະພາບການດັ່ງກ່າວ, ບັນດາປະເທດຕ່າງກໍເນັ້ນໜັກເຖິງລະດັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອາເມລິກາ, ໂດຍສະເພາະຢ່າງຍິ່ງແມ່ນໃນການຊຸກຍູ້ຄວາມວັດຖະນາຖາວອນຂອງພາກພື້ນ ແລະ ແກ້ໄຂບັນດາສິ່ງທ້າທາຍຂ້າມຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງໄດ້ສະແດງຄວາມເປັນຫ່ວງ, ກັງວົນໃຈຢ່າງເລິກເຊິ່ງກ່ຽວກັບການຜັນແປຢ່າງສັບສົນໃນໄລຍະຜ່ານມາຢູ່ທະເລຕາເວັນອອກ, ພິເສດແມ່ນ ການເຄື່ອນໄຫວຕ່າງໆທີ່ພາໃຫ້ປ່ຽນແປງສະພາບເດີມ, ເພີ່ມທະວີຫັນເປັນການທະຫານ, ນາບຂູ່ຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພດ້ານການເດີນ ທະເລ ແລະ ການເດີນອາກາດຢູ່ພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເນັ້ນໜັກບັນດາປະເທດຕ້ອງໃຫ້ບຸລິມະສິດກໍ່ສ້າງຄວາມໄວ້ວາງໃຈຍຸດທະສາດ, ເພີ່ມທະວີການພົບປະສົນທະນາ ແລະ ຮ່ວມມື, ຖືສໍາຄັນການປະຕິບັດຕາມກົດໝາຍ ສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982; ເສີມຂະຫຍາຍບົດບາດຂອງບັນດາລະບອບກົນໄກຫຼາຍຝ່າຍ ແລະ ສະນັບສະໜູນບົດບາດເປັນເຈົ້າພາທາງຂອງອາຊຽນໃນການຮັກສາໄວ້ສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມສະຫງົບຢູ່ພາກພື້ນ.

ເມື່ອເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ສະແດງຄວາມຊົມເຊີຍການສະໜັບສະໜູນຢ່າງຕັ້ງໜ້າ ແລະ ສ້າງສັນຂອງອາເມລິກາ ແລະ ບັນດາຄູ່ຮ່ວມມືເວົ້າລວມ ຕໍ່ຫຼັກໝັ້ນຂອງອາຊຽນໃນການແກ້ໄຂບັນດາບັນຫາຄວາມສະຫງົບຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ສິ້ນສຸດກອງປະຊຸມ, ບັນດາທ່ານຜູ້ນຳອາຊຽນ ແລະ ອາເມລິກາ ໄດ້ເປັນເອກະສັນກັນຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນເນັ້ນໜັກອາຊຽນ ແລະ ອາເມລິກາຈະສືບຕໍ່ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ກົດບັດອາຊຽນ, ສະນັບສະໜູນກໍ່ສ້າງຄວາມເປັນລະບຽບໃນພາກພື້ນ ແລະ ສາກົນໂດຍອີງໃສ່ການໝັ້ນໝາຍແກ້ໄຂການພິພາດໂດຍສັນຕິວິທີ, ບໍ່ນາບຂູ່ ແລະ ນຳໃຊ້ກຳລັງອາວຸດ, ບໍ່ຫັນເປັນການທະຫານ, ອົດກັ້ນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບປອດໄປໃນດ້ານ ການເດີນທະເລ, ການເດີນອາກາດ ບົນພືນຖານສອດຄ່ອງກັບບັນດາຫຼັກການທີ່ໄດ້ຮັບຮອງເອົາຢ່າງກວ້າງຂວາງຂອງກົດໝາຍສາກົນ ຊຶ່ງລວມມີສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982.
 

ປັດຈຸບັນອາເມລິກາເປັນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງອາຊຽນ.ໄລ່ມາຮອດທ້າຍປີ 2014, ຍອດວົງເງິນການຄ້າອາຊຽນ-ອາເມລິກາບັນລຸ 216 ຕື້ USD, ການລົງທຶນຂອງວິສາຫະກິດອາເມລິກາເຂົ້າບັນດາປະເທດອາຊຽນບັນລຸ 226 USD, ສູງກວ່າ ມູນຄ່າການລົງທຶນທັງໝົດເຂົ້າອາຊຽນຂອງຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ. 

ປະຕິບັດໂດຍ: VNA/VNP

ນະຄອນ ໂຮ່ຈີມິນ ກຳນົດທິດທາງ ການພັດທະນາ ໃຫ້ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ

ນະຄອນ ໂຮ່ຈີມິນ ກຳນົດທິດທາງ ການພັດທະນາ ໃຫ້ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ

 ຜ່ານໄລຍະການດຳເນີນງານ ດ້ວຍຂີດໝາຍພິເສດຫຼາຍຢ່າງ, ເຖິງວ່າປະສົບກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆ ປະ ການ, ນະຄອນ ໂຮ່ຈີມິນ ຍັງຮັກສາ ລະດັບການເຕີບໂຕ ທີ່ເຂັ້ມ ແຂງ ແລະ ສືບຕໍ່ຢືນຢັນ ບົດບາດເປັນກຳລັງຫຼັກ ທາງດ້ານ ເສດ ຖະກິດ ຂອງ ຫວຽດນາມ ໄດ້ຢ່າງຕໍ່ເນື່ອງ. ດ້ວຍວິໄສທັດໃໝ່, ນະຄອນແຫ່ງນີ້ ເທື່ອລະກ້າວ ກຳລັງ ຫັນເປັນລະອຽດເປົ້າໝາຍ ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ ໃນອະນາຄົດ. 

Top