• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈະເປັນປະທານກອງປະຊຸມຄົບຄະນະ ສະຫະພັນບັນດາສູນ ຮັກສາສັນຕິພາບອາຊີ - ປາຊີຟິກ ໃນເດືອນເມສາ 2020

      ວັນທີ 8 ມັງກອນ, ຢູ່ສຳນັກງານກົມຮັກສາສັນຕິພາບຫວຽດນາມ (ເມືອງ ແທກເທິດ, ຮ່າໂນ້ຍ) ໄດ້ດຳເນີນກອງປະຊຸມສ້າງແຜນການສຸດທ້າຍໃຫ້ແກ່ກອງປະຊຸມສຳມະນາ ແລະ ກອງປະຊຸມຄົບຄະນະປະຈຳປີຂອງ ສະຫະພັນບັນດາສູນ ຮັກສາສັນຕິພາບ ອາຊີ - ປາຊີຝິກ (AAPTC) ໃນປີ 2020 ເຊິ່ງຈະຈັດຕັ້ງໃນເດືອນເມສາ ປີ 2020 ຢູ່ ຫວຽດນາມ.

ພະນັກງານ, ນັກຮົບໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ໄປປະຕິຮັດໜ້າທີ່ຢູ່ຄະນະປະຈິບັດງານ
ຮັກສາສັນຕິພາບ ສປຊ ຢູ່ ຊູດານໄຕ (ພາບ:
TTXVN)
      ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສຸມໃສ່ປຶກສາຫາລື ແລະ ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ບັນດາເນື້ອໃນຢ່າງລະອຽດທີ່ກ່ຽວຂ້ອງເຖິງວຽກງານສ້າງແຜນການ ແລະ ກະກຽມໃຫ້ແກ່ກອງປະຊຸມ AAPTC 2020. ເລື່ອງຈັດຕັ້ງ ກອງປະຊຸມ AAPTC 2020 ຢູ່ ຫວຽດນາມ ແມ່ນບາດກ້າວສຳຄັນປະກອບສ່ວນເຂົ້າໃນການປະຕິບັດການຫັນແຜນນະໂຍບາຍສ້າງຮາກຖານຝຶກແອບໃນການຮັກສາສັນຕິພາບຂອງ ຫວຽດນາມ ໃຫ້ກາຍເປັນສູນທີ່ບັນລຸມາດຕະຖານລະດັບພາກພື້ນໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top