• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ືບ​ຕໍ່​ເພີ່​ມ​ບຸນ​ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 7 ທັນວາ, ຢູ່ນະຄອນ ວີງ, ແຂວງເງະອານ, ໄດ້ຈັດຕັ້ງກອງປະຊຸມສຳມະນາແບ່ງປັນບົດຮຽນ ກ່ຽວກັບວຽກງານຊົນເຜົ່າ, ການພົວພັນແລກປ່ຽນປະຊາຊົນລະຫວ່າງ ຜູ້ແທນຊົນເຜົ່າສ່ວນໜ້ອຍ, ຜູ້ມີອິດທິພົນຊື່ສຽງທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນ ຫວຽດນາມ ແລະ ລາວ.


ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: VGP)
 

ບັດດາບົດປະກອບຄຳເຫັນໄດ້ຢັ້ງຢືນບົດບາດຊີ້ນຳນຳພາຂອງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ໃນນັ້ນ ປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງພື້ນຖານ, ກໍ່ສ້າ. ພັກ ແລະ ປະຊາຊົນສອງປະເທດ ອອກເຫື່ອເທແຮງ ຮັກສາ, ເພີ່ມບຸນຄູນສ້າງໃຫ້ນັບມື້ນັບ ພັດທະນາຂຶ້ນສູ່ລະດັບສູງໃໝ່. ກ່າວຄຳ ເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ສືບຕໍ່ເພີ່ມບຸນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫ່ວາງ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ແບ່ງປັນບົດຮຽນໃນວຽກງານຊົນເຜົ່າ ເພື່ອແນໃສ່ໄຈ້ແຍກຢ່າງເລິກເຊິ່ງ ແລະ ຮອບດ້ານບັນດາບັນຫາກ່ຽວກັບບົດບາດຂອງ ລະບົບການເມືອງທຸກຂັ້ນ, ຂອງປະຊາຄົມບັນດາເຜົ່າສ່ວນໜ້ອຍ, ຜູ້ມີອິດທິພົນຊື່ສຽງທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນ ຫວຽດນາມ ແລະ ລາວ. ນີ້ກໍ່ແມ່ນໂອກາດເພື່ອສືບຕໍ່ເພີ່ມບຸນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່ລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ມຸ່ງໄປເຖິງບັນດາເປົ້າໝາຍລວມ ເຊິ່ງ 2 ພັກ, 2 ລັດວາງຍົກອອກ ໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ເຂດຊົນເຜົ່າສ່ວນໜ້ອຍເຂດພູສູງ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Top