• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກຳລັງໜູນໃໝ່ ນຳການພົວພັນຮ່ວມມືຫລາຍດ້ານລະຫວ່າງ ລັດເຊຍ - ຫວຽດນາມ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ

      ຕອນບ່າຍວັນທີ 06 ກັນຍາ, ພາຍຫລັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin 

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ
ສະຫະພັນ ລັດເຊຍ Vladimir Putin (ພາບ: TTXVN)
      ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດຫລາຍສະບັບ ແລະ ການນຳ 2 ທ່ານກໍ່ໄດ້ມີການພົບປະກັບສື່ມວນຊົນຢູ່ທຳນຽບ Bocharov Ruchei ຢູ່ນະຄອນ Sochi, ສະຫະພັນ ລັດເຊຍ.
ກ່າວຄຳເຫັນຕໍ່ໜ້າສື່ມວນຊົນ 2 ປະເທດ ແລະ ສາກົນເປັນຈຳນວນຫລວງຫລາຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ:
        “ພວກຂ້າພະເຈົ້າເຫັນດີເປັນເອກະພາບນຳກັນວ່າຈະສືບຕໍ່ປະຕິບັດແນວທາງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃນສະພາບການໃໝ່ຢ່າງສະເໝີຕົ້ນສະເໝີປາຍ; ພ້ອມກັນເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງກ່ວາ, ເພີ່ມທະວີຄວາມຜູກພັນດ້ານຍຸດທະສາດ ແລະ ຍົກສູງການຮ່ວມມືລະຫວ່າງ 2 ປະເທດ ໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ - ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຕັກນິກການທະຫານຢ່າງມີປະສິດທິຜົນ.
        ການນຳ 2 ທ່ານກໍ່ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບໝາກຜົນແຫ່ງການເຈລະຈາທີ່ຫາກໍ່ດຳເນີນໄປ. ຕາມນັ້ນແລ້ວ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນ 2 ປະເທດຢ່າງຮອບດ້ານ, ປຶກສາຫາລືບັນດາວິທີການໃຫຍ່ ແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາ.
        ສ່ວນທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ເນັ້ນໜັກວ່າ: ການມາຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງກຳລັງໜູນໃໝ່ ນຳການພົວພັນຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top