• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກຳລັງແຮງຊຸກຍູ້ການຮ່ວມມືລະຫວ່າງອາຊຽນ - ຈີນ ໃນທຸກຂົງເຂດກວ່າອີກ

ບັນດາປະເທດໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາອາຊຽນ - ຈີນ.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ. (ພາບ: TTXVN)

ວັນທີ 18 ພຶດສະພາ, ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ບັນດາປະເທດອາຊຽນ ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຈີນ ອຸ໊ແຈງຂອງ ໄດ້ເຂົ້າຮ່ວມການທາບທາມຄວາມເຫັນເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ (ACSOC) ປະຈຳປີຄັ້ງທີ 27 ທາງອອນລາຍ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມເຫດການ.

        ທີ່ການທາບທາມຄວາມເຫັນ, ບັນດາປະເທດໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາອາຊຽນ - ຈີນ, ຜ່ານນັ້ນສ້າງກຳລັງແຮງຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃນທຸກຂົງເຂດກວ່າອີກ. 2 ຝ່າຍໄດ້ເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືເພື່ອຮັບມືກັບໂລກລະບາດ; ພ້ອມທັງ, ຍູ້ແຮງການແລກປ່ຽນການຄ້າ, ການລົງທຶນຜ່ານການຜັນຂະຫຍາຍສັນຍາການຄ້າເສລີອາຊຽນ - ຈີນ (ACFTA) ຢ່າງມີປະສິດທິຜົນ…

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ບັນດາປະເທດໄດ້ເນັ້ນໜັກວ່າ ຕ້ອງສົມທົບກັນເພື່ອຮັບປະກັນສະພາບແວດລ້ອມສັນຕິພາບ, ມີຄວາມໝັ້ນຄົງ, ສະຖຽນລະພາບ ແລະ ເຄົາລົບກົດໝາຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການສຸມໃສ່ປ້ອງກັນ, ຕ້ານໂລກລະບາດຢູ່ພາກພື້ນ, ໃນນັ້ນມີທະຕາເວັນອອກ, ພ້ອມທັງສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ໂດຍໄວເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິພາບ, ປະສິດທິຜົນ.

        ກ່າວຄຳເຫັນຕາງໜ້າບັນດາປະເທດອາຊຽນ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ສະເໜີໃຫ້ບັນດາຝ່າຍ ໃຫ້ບຸລິມະສິດການສົມທົບກັນຮັບມືກັບໂລກລະບາດ; ພ້ອມກັນນັ້ນ, ຮັບມືກັບບັນດາສິ່ງທ້າທາຍທີ່ພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນ ເໝາະສົມກັບຈິດໃຈປີຮ່ວມມືພັດທະນາແບບຍືນຍົງອາຊຽນ - ຈີນ 2021.

        ບັນດາຝ່າຍໄດ້ເຫັນດີນຳກັນຈັດກອງປະຊຸມລັດຖະມົນຕີພິເສດອາຊຽນ - ຈີນ ໃນຕົ້ນເດືອນ ມິຖຸນາ 2021.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top