• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເຊັກໂກເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດແລະຮ່ວມມືກັບຫວຽດນາມ

ສ.ເຊັກໂກເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດແລະຮ່ວມມືກັບຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດສ.ເຊັກໂກ ປະຈຳຫວຽດນາມ Vitezslav Grepl, ໃນການຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຊາດສະຫະພັນເຊັກໂກສະໂລວາເກຍເມື່ອກ່ອນນີ້.


ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນຊາດສະຫະພັນເຊັກໂກສະໂລວາເກຍເມື່ອກ່ອນນີ້ 

(ພາບປະກອບ: tapchihuunghi.vn)

ຕາມທ່ານເອກອັກຄະລັດຖະທູດ Vitezslav Grepl ແລ້ວ, ໜຶ່ງໃນບັນດາປັດໃຈສຳຄັນເພື່ອສ້າງປະຖົມປັດໃຈໃຫ້ແກ່ການພັດທະນາລະຫວ່າງສ.ເຊັກໂກ ແລະ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ ແມ່ນຂໍ້ຕົກລົງກ່ຽວກັບຕະຫຼາດເສລີລະຫວ່າງຫວຽດນາມ ແລະ ບັນດາປະເທດສະຫະພາບເອີລົບ. ມາຮອດປະຈຸບັນ, ບັນດາບໍລິສັດຂອງສ.ເຊັກໂກ ໄດ້ລົງທຶນກວ່າ 34 ໂຄງການຢູ່ຫວຽດນາມ ດ້ວຍຍອດມູນຄ່າກວ່າ 100 ລ້ານ USD. ທ່ານເອກອັກຄະລັດຖະທູດ Vitezslav Grepl ກໍ່ໃຫ້ຮູ້ວ່າ, ລັດຖະບານສ.ເຊັກໂກ ຍາມໃດກໍ່ສ້າງເງື່ອນໄຂທີ່ດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຫວຽດນາມ ສາມາດລົງທຶນບັນລຸຜົນສຳເລັດຢູ່ສ.ເຊັກໂກ. ໃນຂົງເຂດວັດທະນະທຳ, ທ່ອງທ່ຽວ ແລະ ການສຶກສາ, ໜຶ່ງໃນບັນດາໂຄງການໃຫຍ່ທີ່ສຸດນັ້ນແມ່ນເປີດຊາຍຄາເຊັກໂກ ປະຈຳຮ່າໂນ້ຍ. ນອກນັ້ນ, ສ.ເຊັກໂກ ກໍ່ພວມເຮັດວຽກຢ່າງຕັ້ງໜ້າເພື່ອສ້າງຕັ້ງສະຖານກົງສູງໃຫຍ່ສ.ເຊັກໂກ ປະຈຳນະຄອນໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top