• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ

      ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ສະເໜີໃຫ້ອາຊຽນ ແລະ ອາເມລິກາ ຄວນເພີ່ມທະວີການສົມທົບກັນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນຢູ່ພາກພື້ນ ຜ່ານບັນດາກົນໄກໂດຍອາຊຽນ ເປັນເຈົ້າພາບ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງ (SOM)
(ພາບ: mofa.gov.vn)
      ວັນທີ 06 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງ (SOM) ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ ແລະ ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ Atul Keshap ໄດ້ເຂົ້າຮ່ວມການເຈລະຈາ ອາຊຽນ-ອາເມລິກາ ປະຈຳປີຄັ້ງທີ 34 ທາງອອນລາຍ.
        ໂດຍຕາງໜ້າໃຫ້ບັນດາປະເທດອາຊຽນ ກ່າວຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ, ໃນສະພາບທີ່ນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງຄື: ໂລກລະບາດ, ໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ການແກ່ງແຍ້ງບັນດາແຫຼ່ງຊັບພະຍາກອນທຳມະຊາດ ແລະ ບັນດາຄຳຮຽກສິດອະທິປະໄຕນັ້ນ, ບັນດາປະເທດຄວນເພີ່ມທະວີການຮ່ວມມື, ເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍ, ເຄົາລົບເຊິ່ງກັນແລະກັນ ເພື່ອແນໃສ່ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການພັດທະນາ.
        ເມື່ອແບ່ງປັນກ່ຽວກັບບັນດາຄວາມມານະພະຍາຍາມຂອງອາຊຽນ ແລະ ຂອງອາເມລິກາ ໃນການຮັບມືກັບບັນດາໄພນາບຂູ່ຕໍ່ຄວາມສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ສະເໜີໃຫ້ອາຊຽນ ແລະ ອາເມລິກາ ຄວນເພີ່ມທະວີການສົມທົບກັນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນຢູ່ພາກພື້ນ ຜ່ານບັນດາກົນໄກໂດຍອາຊຽນ ເປັນເຈົ້າພາບ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ໂດຍອີງໃສ່ກົດໝາຍ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ທ່ານຮອງລັດຖະມົນຕີກໍ່ຢືນຢັນຫຼັກໝັ້ນຫຼັກການຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປາດຖະໜາວ່າ ອາເມລິກາ ຈະສືບຕໍ່ສວມບົດບາດກໍ່ສ້າງ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອແນໃສ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ມິດສະພາບ ແລະ ຮ່ວມມື ກໍຄືບົດບາດຂອງອາຊຽນ ໃນການໜູນຊ່ວຍມຽນມາ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top