ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ປຸກລະດົມເດືອນຊາວໜຸ່ມ ແລະ ວັນບຸນປູກຕົ້ນໄມ້ປີ 2021
ວັນທີ 21 ກຸມພາ, ຢູ່ເຂດປູຊະນີຍະສະຖານ ປາກປໍ໊, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວ໋າງ ແລະ ທ້ອງຖິ່ນຈຳນວນໜຶ່ງໃນແຂວງ ກາວບັ່ງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍຫຼາຍຢ່າງ ເພື່ອປຸກລະດົມເດືອນຊາວໜຸ່ມ ແລະ ວັນບຸນປູກຕົ້ນໄມ້ປີສະຫຼູ 2021.
ບັນດາຜູ້ແທນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມການປູກຕົ້ນໄມ້ (ພາບ: TTXVN)
ທ່ານ ບຸ່ຍກວາງຮຸຍ, ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ໃນເດືອນຊາວໜຸ່ມ, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ໜູນຊ່ວຍຊາວໜຸ່ມໃນການກໍ່ຮ່າງສ້າງຕົວ ແລະ ເລີ່ມຕົ້ນທຸລະກິດ. ເດືອນຊາວໜຸ່ມ ແມ່ນໂອກາດເພື່ອເສີມຂະຫຍາຍນ້ຳໃຈປະຈັນບານ, ກຳລັງແຮງຂອງໄວໜຸ່ມໃນທົ່ວປະເທດ, ພ້ອມທັງແມ່ນໂອກາດເພື່ອໃຫ້ຄະນະຊາວໜຸ່ມທຸກຂັ້ນເປັນເສນາທິການ, ຮຽກຮ້ອງຄວາມເອົາໃຈໃສ່ຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ຂອງສັງຄົມທີ່ມີຕໍ່ຊາວໜຸ່ມເວົ້າລວມ. ຜ່ານນັ້ນ, ຊາວໜຸ່ມ ສາມາດເຂົ້າຮ່ວມວຽກງານຈຳນວນໜຶ່ງໃນການພັດທະນາເສດຖະກິດ, ສັງຄົມ ຂອງປະເທດຊາດ ເວົ້າລວມ”.
ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ຫົວໜ່ວຍຕ່າງໆກໍໄດ້ຈັດການເຄື່ອນໄຫວແທດຈິງຫຼາຍຢ່າງຢູ່ແຂວງ ກາວບັ່ງ, ເປັນຕົ້ນແມ່ນ ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ມອບທຶນການສຶກສາ ແລະ ລົດຖີບໃຫ້ແກ່ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຮ່າກວ໋າງ; ເລີ່ມດຳເນີນການກໍ່ສ້າງ ຫໍວັດທະນະທຳວົງຄະນະຍາດ ຊາວເຜົ່າ ໂລໂລ ຢູ່ເມືອງ ບ໋າວລາກ ແລະ ເປີດສະຫຼອງຫໍສະໝຸດຂອງໂຮງຮຽນຢູ່ຕາແສງ ດຶກລອງ.
(ແຫຼ່ງຄັດຈາກ VOV)