• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ການາດາ ຍ້ອງຍໍຊົມເຊີຍ ຫວຽດນາມ ບັນລຸໄດ້ຜົນສຳເລັດທີ່ພົ້ນເດັ່ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19

      ໜັງສືພິມ “Globe and Mail”ຂອງການາດາສະບັບອອກວັນທີ 27 ພຶດສະພາໄດ້ລົງບົດຂຽນໂດຍຕີລາຄາວ່າ ຜົນສຳເລັດຂອງຫວຽດນາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແມ່ນມີຄວາມພົ້ນເດັ່ນເປັນພິເສດ, ອາດເວົ້າໄດ້ວ່າມີໜຶ່ງດຽວໃນໂລກແລະ ໄດ້ເອີ້ນວ່າແມ່ນ ບັນທັດຖານໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19”

ພາບປະກອບ: TTXVN 
      ບົດຂຽນໄດ້ເນັ້ກໜັກວ່າ ຜົນສຳເລັດຂອງຫວຽດນາມບໍ່ແມ່ນຄວາມບັງເອີນ. ເລື່ອງມີເສັ້ນງຊາຍແດນກັບຈີນດ້ວຍຄວາມຍາວປະມານ 1450 ກີໂລແມັດ ແລະ ມີການຕ້ອນຮັບແຂກທ່ອງທ່ຽວເປັນປະຈຳ ໄດ້ເຮັດໃຫ້ຫວຽດນາມອາດຈະປະເຊີນໜ້າກັບສະພາບການມີຜູ້ຕິດເຊື້ອຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມໄດ້ມີການກະທຳຢ່າງໄວວາ ແລະ ບໍ່ຄອຖ້າບັນດາຄຳກ່າວເຕືອນຢ່າງເປັນທາງການຂອງອົງການອະນາໄມໂລກ (WHO) ກ່ອນທີ່ຈຳກັດການເຂົ້າເມືອງ, ຢຸດຕິຊົ່ວຄາວບັນດາການເຄື່ອນໄຫວດ້ານເສດຖະກິດ ແລະ ດຳເນີນການກວດຫາເຊື້ອໃນວົງກ້ວາງ, ນຳໃຊ້ບັນດາມາດຕະການຊອກຫາຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອ ແລະ ແຍກຕົວຕິດຕາມຢູ່ຕ່າງຫາກ.
            ທ່ານ Guy Thwaites ສາດສະດາຈານດ້ານພະຍາດຕິດແປດ, ຫົວໜ້າໜ່ວຍງານຄົ້ນຄ້ວາການກັ່ນກອງຂອງມະຫາວິທະຍາໄລ Oxford ປະຈຳຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມມີການກະທຳຢ່າງວ່ອງໄວ ຍ້ອນວ່າຮັບຮູ້ໄດ້ຢ່າງຈະແຈ້ງບັນດາຄວາມສ່ຽງຂອງພະຍາດຕິດແປດທີ່ຍັງບໍ່ທັນສາມາດຄວບຄຸມໄດ້. ຊາວຫວຽດນາມມີສະຕິຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສ່ຽງຂອງພະຍາດຕິດແປດຊະນິດຕ່າງໆ ແລະ ຮູ້ວ່າຕ້ອງແກ້ໄຂໂລກລະບາດໂດຍໄວ. ຫວຽດນາມໄດ້ກະກຽມເປັນຢ່າງດີ”. ທ່ານສາດສະດາຈານ Guy Thwaites ກໍ່ສະແດງຄວາມເຊື່ອໝັ້ນກ່ຽວກັບຄວາມຖືກຕ້ອງຊັດເຈນຂອງບັນດາສະຖິຕິ, ຈຳນວນຜູ້ຕິດເຊື້ອຕ່ຳ ແລະ ບໍ່ມີກໍລະນີໃດເສຍຊີວິດຍ້ອນໂລກລະບາດ Covid – 19 ຢູ່ ຫວຽດນາມ, ເມື່ອທ່ານໄດ້ສຳຜັດກັບຂໍ້ມູນຢ່າງເປັນທາງການ ແລະ ຜ່ານການໄປໂຮງໝໍແຫ່ງຕ່າງໆຢູ່ຫວຽດນາມ
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top