• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນເນັ້ນຫນັກເຖິງຄວາມຕັດສິນໃຈຂອງຫວຽດນາມໃນການຊຸກຍູ້ການເຕີບໂຕແບບຍືນຍົງຢູ່ພາກພື້ນ

      ເນື່ອງໃນໂອກາດດຳເນີນສັບປະດາຂັ້ນສູງ APEC 2017 ຢູ່ ນະຄອນ ດາຫນັງ, ປະເທດຫວຽດນາມ ແຕ່ວັນທີ 6-11 ພະຈິກ, ສື່ມວນຊົນສາກົນ ສືບຕໍ່ໃຫ້ຂ່າວກ່ຽວກັບເຫດການເສດຖະກິດສຳຄັນອັນດັບຫນຶ່ງຢູ່ ພາກພື້ນ ອາຊີ ປາຊີຟິກ ກໍຄືເນັ້ນຫນັກເຖິງຄວາມປາດຖະຫນາຂອງປະເທດເຈົ້າພາບ ຫວຽດນາມ ໃນຄວາມມານະພະຍາຍາມຊຸກຍູ້ການເຕີບໂຕແບບຍືນຍົງຢູ່ພາກພື້ນ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ
      ບົດຂຽນລົງພິມໃນຫນັງສືພິມ The Economic Times ຂອງ ອິນເດຍ ໄດ້ຍົກໃຫ້ເຫັນບົດຮຽນຂອງຫວຽດນາມ ເພື່ອຍົກສູງຖານະບົດບາດນຳຫນ້າໃນການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ ໃນຊຸມປີຈະມາເຖິງ, ນັ້ນແມ່ນ: ຄວນກຳແຫນ້ນ ແລະ ຄາດຄະເນການພັດທະນາໃຫມ່ເປັນປະຈຳ, ຄວາມກົມກຽວການພົວພັນລະຫວ່າງການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ລະຫວ່າງຜົນປະໂຫຍດໃນຕໍ່ຫນ້າ ແລະ ຍາວນານ, ລະຫວ່າງການພັດທະນາເສດຖະກິດ ແລະ ສັງຄົມ, ການເຕີບໂຕເສດຖະກິດຕິດພັນກັບການປະຕິບັດຄວາມກ້າວຫນ້າ ແລະ ຄວາມຍຸຕິທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະອື່ນໆ. ໃນຂະນະນັ້ນ ຫນັງສືພິມ Algeria ໄດ້ໃຫ້ຂໍ້ສັງເກດວ່າ: ດ້ວຍບົດບາດເປັນປະເທດເຈົ້າພາບ APEC 2017, ຫວຽດນາມ ປາດຖະຫນາຈະປະກອບສ່ວນກ່ວາອີກເຂົ້າໃນການເປີດກວ້າງການຮ່ວມມືພາຍໃນກຸ່ມ, ປັບປຸງຖານະບົດບາດຂອງເວທີປາໄສນີ້ຢູ່ໃນໂລກ, ຊຸກຍູ້ທ່າອ່ຽງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີ ປາຊີຟິກ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top