• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ສ້າງກົນໄກບຳລຸງສ້າງໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດໜຸ່ມ

      ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບອາຍຸການຂອງກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ສະພາແຫ່ງຊາດຊຸດທີ XIV  (2016 - 2021).
ພາບປະກອບ: quochoi.vn
      ທີ່ກອງປະຊຸມ, ບັນດາຄຳເຫັນໄດ້ຢັ້ງຢຶນວ່າ: ສະມາຊິກ ສະພາແຫ່ງຊາດໜຸ່ມ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນຜົນສຳເລັດໃນການເຄື່ອນໄຫວນິຕິກຳ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງສະພາແຫ່ງຊາດຊຸດທີ 14, ຢັ້ງຢຶນໄດ້ທີ່ຕັ້ງບົດບາດຂອງໄວໜຸ່ມ ຫວຽດນາມ ໃນອົງການທີ່ມີສິດອຳນາດແຫ່ງລັດສູງທີ່ສຸດນີ້, ສົມກັບຄວາມໄວ້ວາງໃຈຂອງພັກ, ສະພາແຫ່ງຊາດ, ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກກໍ່ສະແດງຄວາມປາດຖະໜາຢາກມານະພະຍາຍາມຮ່ຳຮຽນຫຼາຍກ່ວາອີກ. ທ່ານນາງ ງ່ານເຟືອງລວານ ສະມາຊິກສະພາແຫ່ງຊາດ ແຂວງລ້າງເຊີນ ໃຫ້ຮູ້ວ່າ:
        ຂ້າພະເຈົ້າເຫັນວ່າບັນດາປັດໄຈກ່ຽວກັບ ຊົນເຜົ່າ, ເພດ, ເກນອາຍຸ, ມີຜົນສະທ້ອນຫຼາຍທີ່ສຸດ ຕໍ່ວິວັດການເຄື່ອນໄຫວຂອງສະມາຊິກແຕ່ລະຄົນ. ເພາະສະນັ້ນ, ຂ້າພະເຈົ້າ ຂໍສະເໜີໃຫ້ການນຳສະພາແຫ່ງຊາດ ຈຶ່ງສືບຕໍ່ສ້າງກົນໄກບຳລຸງສ້າງໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ ຊາວເຜົ່າສ່ວນໜ້ອຍ, ບັນດາສະມາຊິກສະພາແຫ່ງຊາດເພດຍິງ, ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ເພື່ອມີໂອກາດຝຶກຝົນຫຼໍ່ຫຼອມ ປະກອບສ່ວນໃຫ້ຫຼາຍກ່ວາອີກ ເຂົ້າໃນການເຄື່ອນໄຫວລວມຂອງສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top