• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ກອງປະຊຸມຂອງບັນດາກຸ່ມປະຕິບັດງານ ແລະ ອະນຸກຳມະການເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ


ຜູ້​ແທນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ເຂົ້າ​ຮ່ວມກອງ​ປະ​ຊຸມ SCCP
(ພາບ: TTXVN)
      ​​​ວັນ​ທີ 22/02, ຢູ່ນ​ະ​ຄອນ​ຍາ​ຈາງ, ແຂວງ​ແຄ໋​ງ​ຮ່​ວາ, ບັນ​ດາ​ຜູ້​ແທ​ນ​ໄດ້​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ເຈ​ົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ ຄັ້ງ​ທີ 1 (SOM1) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ໄດ້​ກ້າວ​ເຂົ້າ​ສ​ູ່ມ​ື​້ເຮັດ​ວຽກ​ທີ່ 5 ດ້ວຍ​ບັນ​ດາ​ກອງ​ປະ​ຊຸມ​ໃນ​ຂອບ​ເຂດ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ ແລະ ອະ​ນຸ​ກຳ​ມະ​ການ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ລະ​ບຽບ​ການ​ພາ​ສີ (SCCP), ການ​ຕ້ານກໍ່​ການ​ຮ້າຍ (CTWG), ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອມ​ມະ​ນຸດ (HRDWG), ຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶນ (CTI), ກຸ່ມ​ຊີ້​ນຳ​ກ່ຽວ​ກັບ​ການ​ຄ້າ​ເອ​​ເລັກ​ໂຕ​ນິກ (ECSG), ເວ​ທີ​ປາ​ໄສ​ປ່ຽນ​ໃໝ່​ວິ​ທະ​ຍາ​ສາດ ແລະ ຊີ​ວິດ​ການ​ເປັນ​ຢູ່ (LSIF), ກຸ່ມ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ກົດ​ໝາຍ ແລະ ນະ​ໂຍ​ບາຍ​ແກ່ງ​ແຍ້ງ (CPLG).
        ແລະ​ກໍ​ໃນ​ວ​ັນ​ທ​ີ 22/02, ເພື່ອ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ຍາ​ຈາງ, ກົມ​ໃຫ​ຍສ່ວຍ​ສາ​ອາ​ກອນ (ກະ​ຊວງ​ການ​ເງິນ) ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ “ຜັນ​ຂະ​ຫຍ​າຍ​​ໂຄງ​ການ​​​ດຳ​ເນີນ​ງານ​ຊອ​ກ​ຫາ​ມາ​ດ​ຕະ​ການ​ປ້ອງ​ກັນ​ການ​ວາງ​ແຜນ​ພາ​ສີ ແລະ ເຄື່ອນ​ຍ້າຍຜົນກຳ​ໄລ (BEPS) ໃນເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ”. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຜັນ​ຂະ​ຫຍາຍ​ໂຄງ​ການດຳ​ເນີນ​ງານ​ BEPS ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ; ພິ​ເສດ​ແມ່ນ​ລົງ​ເລິກ​​ປຶກ​ສາ​ກ່ຽວ​ກັບບັນ​ດາ​ມາດ​ຕະ​ຖານ​​ໂດຍ​ພື້ນ​ຖານ, ເຄື່ອງ​ມື​ຫຼາຍ​ຝ່າຍ.
        ກ່ອນ​ໜ້ານັ້ນ, ວັນ​ທີ 21/02, ບັນ​ດາ​ຜູ້​ແທນ APEC ໄດ້​ຈັດ​ກອງ​ປ​ະ​ຊຸມ​ເປັນ 9 ຄັ້ງ​ໃນ​ຂອບ​ເຂດ​ບັນ​ດາ​ກຸ່ມ​ປະ​ຕິ​ບັດ​ງານ ແລະ ອະ​ນຸ​ກຳ​ມະ​ການ APEC ກ​ຸ່ມ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ຕ້ານ​ການຄ​້າ​ຂາຍ​ໄມ້​ຢ່າງ​ຜິດ​ກົດ​ໝາຍ (EGILAT)… ໃນ​ມື້​ເຮັດ​ວຽກ​ນີ້, ກຸ່ມ HRDWG ໄດ້​ຈັດ​ກອງ​ປະ​ຊຸມ 3 ກອງ​ໃນ​ເວ​ລ​າດຽວ​ກັນ​ກ່ຽວ​ກັບບັນ​ດາ​ເຄືອ​ຂ່າຍ​​ການ​ຍົກ​ສູງ​ກຳ​ລັງ, ການ​ສຶກ​ສາ ແລະ ປົກ​ປ້ອງ​ຄົນ​ງານ. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ເຄືອ​ຂ່າຍ​ການ​ສຶກ​ສາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ຟ້າມ​ແມ້​ງ​ຮ​ຸ່ງ ໄດ້​ຢືນ​ຢັນ​ວ່າ “ຍາມ​ໃດ​ຫວຽດ​ນາມ ກ່​ໍ​ຖື​ການ​ສຶກ​ສາ​ເປັນ​ພື້​ນ​ຖານ​ສຳ​ຄັນ​ເພື່ອ​ກ​ໍ່​ສ້າງ ແລະ ພັດ​ທະ​ນາ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຈາກນັ້ນ​ກໍ່ຊຸກຍ​ູ້​ບັນ​ດາ​ການ​ເຄື່ອນ​ໄຫວ​​ຢ່າງມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ ແລະ ປ່ຽນ​​ແປງໃໝ່”, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ປ່ຽນ​​ແປງໃໝ່​ກາ​ນ​ສຶກ​ສາ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ.
        ກຸ່ມ​ນັ​ກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ຕ້ານ​ການຂຸດ​ຄົ້​ນ ແລະ ຄ​້າ​ຂາຍ​ໄມ້​ຢ່າງ​ຜິດ​ກົດ​ໝາຍ (EGILAT) ແລະ ​ອະ​ນຸ​ກຳ​ມະ​ການມາດຕະ​ຖານ ແລະ ​​ປະ​ຕິ​ບັດຖືກ​ຕ້ອງ​ຕາມມາດ​ຕະ​ຖານ (SCSC) ໄດ້​ສິ້ນ​ສຸດກອງ​ປະ​ຊຸມ​ຄົບ​ຄະ​ນະ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປີນີ້ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ແຜນ​ງານ​ວຽກ​ງານ​ຂອງ​ປີ 2017. ກອງ​ປະ​ຊຸມ EGILAT ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ເມື່ອ​ມີ​ບາງສະ​ມາ​ຊິກ​​ພວ​ມ​ດັບ​ປັບ​​ລະ​ບົບ​ກົດ​ໝາຍ​ກ່​ຽ​ວ​ຂ້ອງ​ເຖິງ​ລັກ​ສະ​ນະ​ຖືກ​​ຕ້ອງຕາມ​ກົດໝາຍ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນໄມ້. ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່ປ່າ​ໄມ້ຫວຽດ​ນາມ ຫງວຽນ​ວັນ​ຮ່າ ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ ແລະ ບັນ​ດາ​ຜົນ​ງານ​ເຊິ່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ສະ​ກັດ​ກັ້ນ​ການ​ຕັດ​ໄມ້, ທຳ​ລາຍ​ປ່າ, ປະ​ຕິ​ບັດ​ກົດ​ໝາຍ, ປູກ​ຕົ້ນ​ໄມ້​ຢູ່​​ເຂດພູ​ຫົວ​ໂລນ​ດິນ​ເ​ປົ່າ​ວ່າງໃນ​ໄລ​ຍະ​ຜ່ານ​ມາ​ຂອງ​ຫວຽດ​ນາມ, ຜ່ານນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັ​ກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​.
        ໃນ​ຂະ​ນະ​ນັ້ນ, ກອງ​ປະ​ຊຸມ SCSC ໄດ້​​ສຸມ​ໃສ່​ປຶ​ກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​​ການ​ສ້າງ​ບັນ​ດາ​ມາດ​ຕະ​ຖານ​ຂອງ​ບັນ​ດາ​ສະ​ມາ​ຊິກ APEC ​ໃຫ້​ກົມ​ກຽວ​ເມື່ອ​ທຽບ​ໃສ່​ມາດ​​ຖານ​ສາ​ກົນ.
        ແລະ​ກໍໃນ​ວັນ​ທີ 21/02, ບັນ​ດາ​ຜູ້​ແທ​ນ​ໄດ້​ເຂົ້າ​ຮ່ວມ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ໝາຍ ແລະ ນະ​ໂຍ​ບາຍ​ແກ່ງ​ແຍ້ງ (CPLG) ແລະ ວັນ​ທີ 21/02 ກໍ່​ແມ່ນມື້​ເຮັດ​ວ​ຽກ​ທຳ​ອິດ​ ຂອງ​ກຸ​່ມ​ຕ້ານ​ການກໍ່​ການ​ຮ້າຍ (CTWG).
 (ແຫຼ່ງຄັດຈາກ VOV)
                                                                                            

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top