24/06/2020 10:34 GMT+7 Email Print Like 0

ສິ່ງທ້າທາຍແລະຄວາມມຸ່ງຫວັງທີ່ໄດ້ວາງອອກສຳລັບສະພາຄວາມໝັ້ນຄົງສປຊ ພາຍຫຼັງມີກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສປຊໃໝ່ຕື່ມອີກ 5 ປະເທດ

      ບັນດາຂໍ້ຕົກລົງ ແລະ ມະຕິຂອງສະພາຄວາມໝັ້ນຄົງລ້ວນແຕ່ມີລັກສະນະຜູກມັດ ແລະ ທຸກໆສະມາຊິກຂອງສະຫະປະຊາຊາດ ລ້ວນແຕ່ມີໜ້າທີ່ຕ້ອງເຄົາລົບ ແລະ ປະຕິບັດຕາມ.

ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ
(ພາບປະກອບ: AFP/TTXVN)
      ໃນອາທິດຜ່ານມາ, ພາຍຫຼັງການປ່ອນບັດເລືອກຕັ້ງເປັນ 2 ຄັ້ງ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເລືອກຕັ້ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2021 – 2022 ຕື່ມອີກ 5 ປະເທດ. ເຖິງວ່າຍັງມີເວລາອີກເຄິ່ງປີຈຶ່ງຈະຮັບໜ້າທີ່, ແຕ່ນັບແຕ່ເວລານີ້, ກໍ່ເກີດມີສິ່ງທ້າທາຍຫຼາຍຢ່າງ ແລະ ນັບທັງຄວາມມຸ່ງຫວັງທີ່ໄດ້ຊີ້ອອກສຳລັບບັນດາສະມາຊິກໃໝ່ ກໍຄືຂອງທັງສະພາຄວາມໝັ້ນຄົງສະຫະປະຊາຊາດໃນອາຍຸການຈະມາເຖິງ.
        ໂດຍໄດ້ຮັບການເລືອກຕັ້ງ ແລະ ກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ພຽງແຕ່ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບປະເທດທີ່ໄດ້ຮັບການເລືອກຕັ້ງອີກດ້ວຍ. ຍ້ອນວ່າ, ສະພາຄວາມໝັ້ນຄົງ ແມ່ນອົງການໜຶ່ງດຽວຂອງສະຫະປະຊາຊາດ ທີ່ມີສິດຕັດສິນຕີລາຄາສະພາບຕົວຈິງຂອງບັນດາໄພນາບຂູ່ທີ່ມີຕໍ່ສັນຕິພາບ, ການທຳລາຍສັນຕິພາບ ຫຼື ການກະທຳຮຸກຮານ ແລະ ຈະໃຫ້ຂໍ້ສະເໜີແນະ ຫຼື ຕົກລົງບັນດາມາດຕະການທີ່ຄວນຈະດຳເນີນຢ່າງເໝາະສົມ ເພື່ອຮັກສາ ຫຼື ຟື້ນຟູສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ບັນດາຂໍ້ຕົກລົງ ແລະ ມະຕິຂອງສະພາຄວາມໝັ້ນຄົງລ້ວນແຕ່ມີລັກສະນະຜູກມັດ ແລະ ທຸກໆສະມາຊິກຂອງສະຫະປະຊາຊາດ ລ້ວນແຕ່ມີໜ້າທີ່ຕ້ອງເຄົາລົບ ແລະ ປະຕິບັດຕາມ. ດ້ວຍໜ້າທີ່ອັນໃຫຍ່ຫຼວງນັ້ນ, ຄວາມມຸ່ງຫວັງ ແລະ ນັບທັງສິ່ງທ້າທາຍທີ່ໄດ້ວາງອອກໃຫ້ແກ່ບັນດາກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການຈະມາເຖິງ (ລວມມີ: ອິນເດຍ, ເມັກຊີໂກ, ນອກແວ, ອຽກລັງ ແລະ ເຄນຢາ), ກໍ່ຄືນັບທັງອົງການນີ້ແມ່ນໃຫຍ່ຫຼວງທີ່ສຸດ.
ບັນດາສິ່ງທ້າທາຍ
        ເພື່ອປະຕິບັດອາຍຸການກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ສຳເລັດນັ້ນ, ກ່ອນອື່ນໝົດ, ບັນດາປະເທດທີ່ໄດ້ຮັບການເລືອກຕັ້ງນັ້ນຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກທີ່ຍັງຄົງຕົວໃນສະພາຄວາມໝັ້ນຄົງສະຫະປະຊາຊາດມາ ເປັນເວລາຫຼາຍທົດສະວັດຜ່ານມາ. ບັນດາສິ່ງທ້າທາຍເຫຼົ່ານັ້ນ, ເປັນຕົ້ນແມ່ນເລີ່ມມາຈາກຄວາມແຕກຕ່າງກັນກ່ຽວກັບທັດສະນະພື້ນຖານ, ການປະທະກັນດ້ານຜົນປະໂຫຍດທີ່ເປັນແກ່ນສານ ແລະ ການແກ່ງແຍ້ງຜົນກະທົບລະຫວ່າງ 5 ປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເຊິ່ງແມ່ນ: ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ ແລະ ຈີນ. ບັນດາຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ນັບມື້ນັບສະແດງອອກຢ່າງຈະແຈ້ງກວ່າໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນເລື່ອງສະພາຄວາມໝັ້ນຄົງ ບໍ່ສາມາດເປັນເອກະພາບ ແລະ ຍົກອອກປະຕິກິລິຍາຢ່າງທັນການ ເພື່ອຮັບມືກັບວິກິດການທີ່ເກີດຈາກໂລກລະບາດໂຄວິດ-19, ເຖິງວ່າປະຊາຄົມສາກົນໄດ້ຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນສິ່ງນີ້ກໍ່ຕາມ. ສະພາບບໍ່ເປັນເອກະພາບດ້ານທັດສະນະ ແລະ ການຂັດແຍ້ງລະຫວ່າງບັນດາປະເທດສະມາຊິກກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການບັນລຸໄດ້ຄວາມເຫັນດີເຫັນພ້ອມ ເພື່ອຍົກອອກບັນດາມະຕິລວມ. ຜົນມີຢູ່ວ່າ ປີ 2019, ສະພາຄວາມໝັ້ນຄົງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຮັບຮອງເອົາຂໍ້ຕົກລົງພຽງ 67 ສະບັບເທົ່ານັ້ນ, ນີ້ແມ່ນຕົວເລກຕ່ຳທີ່ສຸດນັບແຕ່ປີ 1991.
        ຕໍ່ຈາກນັ້ນ, ບັນດາປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃໝ່ ແລະ ພວມປະຕິບັດໜ້າທີ່ຍັງຕ້ອງຮັບຜິດຊອບໜ້າທີ່ເຂົ້າຮ່ວມການແກ້ໄຂບັນດາບັນຫາທີ່ຫາກໍ່ພົ້ນເດັ່ນທີ່ນັບມື້ນັບເພີ່ມຂຶ້ນຢູ່ຫຼາຍພາກພື້ນໃນໂລກ, ຈາກຕາເວັນອອກກາງ, ອາຟະລິກາ ຕະຫຼອດຮອດພາກພື້ນ ອາຊີຕາເວັນອອກສ່ຽງເໜືອ, ກໍ່ຄືບັນຫາການປ່ຽນແປງຂອງດິນຟ້າອາກາດ. ພິເສດ, ເລື່ອງແກ້ໄຂບັນດາຜົນສະທ້ອນຢ່າງໜັກໜ່ວງທີ່ບໍ່ມີວັນຢຸດຕິລົງຂອງໂລກລະບາດໂຄວິດ-19, ເຊິ່ງໄດ້ຮັບຖືວ່າແມ່ນສິ່ງທ້າທາຍຢ່າງຮ້າຍແຮງ ຈະພາໄປເຖິງບັນດາຜົນສະທ້ອນໃນວົງກວ້າງສຳລັບສະພາບການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ກໍຄືບັນດາການເຄື່ອນໄຫວຕາມໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງ.
ຕັ້ງຄວາມຫວັງ
        ເປັນທີ່ຈະແຈ້ງແລ້ວວ່າ, ສິ່ງທ້າທາຍທີ່ໄດ້ວາງອອກສຳລັບບັນດາສະມາຊິກກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃໝ່ ແລະ ນັບທັງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ. ເຖິງແນວນັ້ນກໍ່ຕາມ, ຫາງສຽງໂລກຍັງຕັ້ງຄວາມຫວັງວ່າ ສະພາຄວາມໝັ້ນຄົງຈະເສີມຂະຫຍາຍບົດບາດຂອງຕົນ,  ປົກປ້ອງ ແລະ ຮັກສາພື້ນຖານສັນຕິພາບໂລກ ໃຫ້ເປັນຢ່າງດີ. ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈນັ້ນ ແມ່ນບັນດາຄວາມມານະພະຍາຍາມທີ່ໜ້າຮັບຮູ້ໃນໄລຍະຜ່ານມາຂອງບັນດາປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນການຮັດແຄບຊ່ອງຫວ່າງຄວາມບໍ່ລົງລອຍກັນໃນສະພາຄວາມໝັ້ນຄົງ, ຜ່ານການຈັດຕັ້ງກອງປະຊຸມນຳກັນເປັນປະຈຳ ແລະ ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Gurerres, ເພື່ອແນໃສ່ຊອກຫາມາດຕະການແກ້ໄຂເພື່ອໃຫ້ອົງການນີ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ.
        ຄຽງຄູ່ກັນນັ້ນ, ນັບທັງ 5 ປະເທດທີ່ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2021 – 2022 ຂອງສະພາຄວາມໝັ້ນຄົງ, ກໍ່ລ້ວນແຕ່ແມ່ນປະເທດທີ່ເຄີຍດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດກ່ອນໜ້ານັ້ນ (ສະເພາະ ອິນເດຍ ໄດ້ມີ 7 ອາຍຸການ), ໝາຍຄວາມວ່າມີປະສົບການດີກວ່າ ກ່ຽວກັບການເຄື່ອນໄຫວຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ພ້ອມທັງ, ບັນດາປະເທດກໍ່ລ້ວນແຕ່ມີການກະກຽມໃນທຸກດ້ານ ເພື່ອຮັບເອົາ ແລະ ຜ່ານຜ່າບັນດາສິ່ງທົດສອບໃນຖານະຕຳແໜ່ງໃໝ່, ໂດຍສະແດງອອກຜ່ານໂຄງການດຳເນີນງານແຂ່ງຂັນເລືອກຕັ້ງ. ບັນດາປັດໄຈດັ່ງກ່າວໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ບັນດາປະເທດມີການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນກວ່າເຂົ້າໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ເພື່ອໂລກແຫ່ງສັນຕິພາບ ແລະ ສະຖຽນລະພາບຍາວນານ.
 (ແຫຼ່ງຄັດຈາກ VOV)