ພິທີສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຈັດຕັ້ງຢູ່ ຮ່າໂນ້ຍ
(ພາບ:tapchicongsan )
ເນື່ອງໃນໂອກາດສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2016), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ກຳປູເຈຍ ໄດ້ສົ່ງສານພວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ເນື້ອໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ມີຕອນຂຽນວ່າ: ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງສອງປະເທດ ກໍ່ຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ຢູ່ໃນໂລກ.
ສ່ວນໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ກຳປູເຈຍ ໄດ້ເນັ້ນໜັກວ່າ, ພັກປະຊາຊົນ ກຳປູເຈຍຕັດສິນໃຈມານະພະຍາຍາມເພີ່ມພູນຄູນສ້າງ, ປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ ເພື່ອຜົນປະໂຫຍດອັນສູງສົ່ງຂອງສອງຊາດ ແລະ ປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)