• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍພອນສະເຫຼີມສະຫຼອງ 61ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ


(ພາບປະກອບ)

      ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ ລາວ (22/03/1955 – 22/03/2016), ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ສົ່ງ​ສານ​ອວຍພອນ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ. ​ເນື້ອ​ໃນ​ສານ​ມີ​ຕອນ​ຂຽນ​ວ່າ:
        61 ປີຜ່ານມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາອັນສະຫລາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະ​ຊາຊົນ ລາວ ​ໄດ້​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍນາໆ​ປະການ, ຍາດ​ໄດ້​ໄຊ​ຊະນະອັນສະຫງ່າ​ລາສີ​ໃນ​ພາລະກິດ​ປົດປ່ອຍປະ​ເທດ​ຊາດ, ​ປົກ​ປັກ​ຮັກສາ ​ແລະ ກໍ່ສ້າງ​ປະ​ເທດ​ຊາດ. ພິ​ເສດ, ພາຍຫລັງ 30 ປີ​ແຫ່ງ​ການ​ປະຕິບັດ​ທິດ​ທາງ​ປ່ຽນ​ໃໝ່ ​ໂດຍ​ພັກ​ປະຊາຊົນ​ປະຕິວັດ ລາວ ລິ​ເລີ່​ມ ​ແລະ ຊີ້ນຳ​ນຳພາ, ປະຊາຊົນ ລາວ ​ຍາດ​ໄດ້​ບັນດາ​ຜົນງານ​ອັນໃຫຍ່ຫລວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ທຸກ​ຂົງ​ເຂດ, ​ອິດ​ທິພົນ​ຊື່​ສຽງ ​ແລະ ທີ່​ຕັ້ງ​ຂອງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​​ໃນ​ເວທີ​ສາກົນ.
        ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຢືນຢັນ​ວ່າ: ຍາ​ມ​ໃດ​ກໍ່​ສະໜັບສະໜູນ, ​ເຊື່ອໝັ້ນ​ຢ່າງ​ແນ່​ວ​ແນ່​ວ່າ: ​ໂດຍສືບ​ຕໍ່​ມູນ​ເຊື້ອ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະ​ເທດ ລາວ ​ແລະ ປະຊາຊົນ ລາວ ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ງານ​ໃໝ່​ຫລາຍ​ຢ່າງ ​ແລະ ໃຫຍ່ຫລວງ​ກ່ວາ​ອີກ​ໃນ​ພາລະກິດ​ປ່ຽນ​ໃໝ່; ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ​ຄັ້ງ​ທີ 8 ​ຢ່າງ​ມີ​ໄຊ; ກໍ່ສ້າງສຳ​ເລັດ​ປະ​ເທດ​ ລາວ ສັນ​ຕິ​ພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ​ຕາ​ມ​​​ເປົ້າ​ໝາຍ​ສັງຄົມ​ນິຍົມ.
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top