• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາການຄ້າເສລີອີຢູ-ຫວຽດນາມ: ແຮງການເຄື່ອນໄຫວຂົນຂວາຍນະໂຍບາຍ

      ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ອີ​ຢູ - ຫວຽດນາມ ​ໃນ​ປີ 2018, ​ໃນ​ປີ​ນີ້, ຫ້ອງການ​ການ​ຄ້າ ​ເອີ​ລົບ (Eurocharm) ປະຈຳ ຫວຽດນາມ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ໄສ​ທັດ ອີ​ຢູ - ຫວຽດນາມ FTA ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 2/3 ຈະ​ມາ​ເຖິງ​ຢູ່ ຫວຽດນາມ.
        ດ້ວຍ​ຫົວ​ຂໍ້​ວ່າ “ສັນຍາ​ກາ​ນຄ້າ​ເສລີ​ ອີ​ຢູ - ຫວຽດນາມ ​ແລະ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂົນຂວາຍ​ນະ​ໂຍບາຍ”, ປີ​ນີ້, ຫ້ອງການ​ການ​ຄ້າ ​ເອີ​ລົບ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ​ແລະກໍ່​ໃນ​ປີ​ນີ້, Eurocharm ຈະ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ຫຼາຍ​ຄັ້ງ​ກັບບັນດາ​ວິ​ສາ​ຫະກິດ ​ແລະ ​ໂອ້​ລົ​ມສົນທະນາ​ກັບ​ລັດຖະບານ ຫວຽດນາມ… ​​ແນ​ໃສ່​ເຜີຍ​ແຜ່​ເນື້ອ​ໃນ​ສັນຍາ​ການ​ຄ້າ​ເສລີ ອີ​ຢູ ​- ຫວຽດນາມ ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດນາມ. ທ່ານ ຫວໍ​ກວາງ​ເຫ້ວ, ສະມາຊິກ​ຄະນະ​ບໍລິຫານ​ງານ Eurocharm ປະຈຳ ຫວຽດນາມ, ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​ໜູນ​ຊ່ວຍ​ເພື່ອ​ປ່ຽນ​ແປງ​ນະ​ໂຍບາຍ, ຊຸຸກຍູ້​ການ​ເຕີບ​​ໂຕ​ດ້ານ​ເສດຖະກິດ ຢູ່ ຫວຽດນາມ ​ໃນ​​ໄລຍະ​ຈະ​ມາ​ເຖິງ. ຫ້ອງການ​ການ​ຄ້າ​ເອີ​ລົບ ຈະ​ຍູ້​ແຮງ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ… ​ເຜີຍ​ແຜ່​​ເນື້ອ​ໃນ, ໜູນ​ຊ່ວຍ​ການ​ລົງທຶນ​ຈາກ ​ເອີ​ລົບ ​ໃຫ້ ຫວຽດນາມ ຫຼາຍ​ກ່ວາ ​ເມື່ອ​ສັນຍາ​ກາ​ນຄ້າ​ເສລີ ອີ​ຢູ - ຫວຽດນາມ ກ້າວ​ເຂົ້າ​ສູ່​ສະພາບ​ຕົວ​ຈິງ​ໃນ​ປີ 2018:
        “​ເສ​ດຖະກິດຂອງ ຫວຽດນາມ ປີ 2015 ​ ມີ​ບັນດາ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ. ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ​ໃນ​ປີ 2016 ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ໄວ້. ພິ​ເສດ​ແມ່ນ​ເລື່ອງ​ເຊັນ​ບັນດາ​ສັນຍາ​ການ​ຄ້າ​ເສລີ EU - ຫວຽດນາມ ຈະ​ສ້າງ​ປະ​ຖົມ​ປັດ​ໄຈ​​ໃຫ້​ແກ່​ການລົງທຶນ​ ​ແຂງ​ແຮງ​ກ່ວາ. ​ຫວ່າງ​ແລ້ວ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ປະກາດ​ເນື້ອ​ໃນ​ຂອງ​ສັນຍາ​ນີ້, ​ເລື່ອງ​ຊອກ​ຮູ້​ນັ້ນ​ຈະ​ຊ່ວຍ​ໃຫ້​ແກ່​ການ​ແກ່ງ​ແຍ້​ງ ​ແລະ ການ​ສົ່ງ​ອອກ​ຂອງ ຫວຽດນາມ  ​ໄປ​ຍັງ​ປະຊາ​ຄົມ ​ເອີ​ລົບ ​ແຂງ​ແຮງ​ກ່ວາ​​ໃນ​ໄລຍະ​ຈະ​ມາ​ເຖິງ.”
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top