• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ UNESCO ຮັບ​ຮອງ​ເອົາ​ເພງ​ພື້ນ​ເມື​ອງ ກວານເຫາ​ະ, ກາ​ຈູ່ ​ເປັນ​ມ​ໍ​ລະ​ດົກ​ວັ​ດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖ​ຸ

ຕອນຄ່ຳວັນທີ 7 ກັນຍາ, ຢູ່ແຂວງບັກຢາງໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນ UNESCO ຮັບຮອງເອົາເພງພື້ນເມືອງ ກວານເຫາະ, ກາຈູ່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມະນຸດ ແລະ ພິທີມອບນາມມະຍົດ “ສິລະປະກອນປະຊາຊົນ”, “ສິລະປະກອນດີເດັ່ນ” ໃນຂົງເຂດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸປີ 2019.

ພິທີສະເຫຼີມສະຫຼອງ10 ປີແຫ່ງວັນເພງພື້ນເມືອງ ກວານຫໍ້, ກາຈູ ໄດ້ UNESCO ຮັບຮອງເອົາເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ (ພາບ: vanhoa.vn)

ພາຍຫຼັງ 10 ປີ ທີ່ເພງພື້ນເມືອງກວານເຫາະ, ກາຈູ່ ບັກຢາງ ໄດ້ ຮັບການເຊີດຊູຈາກ UNESCO (2009 - 2019), ແຂວງບັກຢາງໄດ້ປະຕິບັດບັນດາຄຳໝັ້ນສັນຍາຕໍ່ UNESCO ວ່າຈະ ຕັ້ງໜ້າຮັກສາ, ປັບປຸງຄຸນຄ່າມໍລະດົກ, ເພື່ອໃຫ້ ກວານເຫາະ, ກາຈູ່ ໄດ້ຮັບການແຜ່ລາມ ແລະ ຍືນຍົງຄົງຕົວ. ທີ່ພິທີສະເຫຼີມສະຫຼອງ, ມີ ໝູ່ຄະນະ 26 ຄະນະ, ສ່ວນບຸກຄົນ 9 ຄົນໄດ້ຮັບໃບຍ້ອງຍໍຈາກປະທານຄະນະກຳມະການປະຊາຊົນແຂວງ ຍ້ອນວ່າມີຜົນງານດີເດັ່ນເຂົ້າໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່່າເພງພື້ນເມືອງ ກວານເຫາະ, ກາຈູ່ ໄລຍະປີ 2009 – 2019. ໃນໄລຍະຈະມາເຖິງ, ແຂວງບັກຢາງ ຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ, ອຳນາດການປົກຄອງທຸກຂັ້ນ, ນັກຄຸ້ມຄອງກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າເພງພື້ນເມືອງກວານເຫາະ, ກາຈູ່, ແຜ່ຂະຫຍາຍບັນດາຄຸນຄ່າຂອງ ເພງພື້ນເມືອງກວານເຫາະ, ກາຈູ່ໄປຍັງເພື່ອນມິດສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top