• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ

      ທ່ານພັນເອກ ຕ່າວວັນທ໊າຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງໃຫຍ່ຫຼວງຈາກເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະ ກອງທັບປະຊາຊົນລາວ ສຳລັບການເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ

(ພິທີສະເຫຼີມສະຫຼອງ)
            ຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບອົງການທູດທະຫານ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 30 ປີແຫ່ງວັນທົ່ວປະປວງຊົນປ້ອງກັນຊາດ. ກ່າວຄຳເຫັນທີ່ພິທີ, ທ່ານພັນເອກ ຕ່າວວັນທ໊າຍ, ທູດທະຫານຫວຽດນາມ ປະຈຳລາວ ຢືນຢັນວ່າ, 75 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ກອງທັບຫວຽດນາມ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ປົກປ້ອງຜົນສຳເລັດອຳນາດການປົກຄອງປະຕິວັດ ແລະ ດຳເນີນການຕໍ່ຕ້ານ 2 ຄັ້ງເພື່ອປົກປັກຮັກສາປະເທດຊາດຢ່າງສຳເລັດຜົນ.         
          ທ່ານພັນເອກ ຕ່າວວັນທ໊າຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງໃຫຍ່ຫຼວງຈາກເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະ ກອງທັບປະຊາຊົນລາວ ສຳລັບການເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ ກໍ່ຄືໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top