• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ຢູ່ ປັກກິງ

      ວັນທີ 17 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ. 

ພິທີສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ຢູ່ ປັກກິງ
      ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ດັ້ງມິງຄອຍ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຈີນ ໂດຍປະທານ ໂຮ່ຈີມິນ, ປະທານ ເໝົາເຈີຕຸງ ແລະ ບັນດາການນຳລຸ້ນກ່ອນຂອງ 2 ປະເທດໄດ້ເພີ່ມພູນຄູນສ້າງ, ເປັນຊັບສົມບັດລວມອັນລ້ຳຄ່າຂອງ 2 ປະເທດ ຄວນໄດ້ຮັບການຮັກສາ, ສືບທອດ ແລະ ເສີມຂະຫຍາຍ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຫວັງວ່າ ດ້ວຍບັນດາໝາກຜົນເປັນໜ້າສົ່ງເສີມໃນການພົວພັນລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ຈະປະກອບສ່ວນນຳການພົວພັນ 2 ປະເທດໃນປີ 2019 ສືບຕໍ່ມີບາດກ້ວາພັດທະນາໃໝ່, ແຂງແຮງກ່ວາ, ແທດຈິງກ່ວາ.
        ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ  ຈີ໊ນກາງ ຢືນຢັນວ່າ ຈີນ ຖືເປັນສຳຄັນທີ່ສຸດ ແລະ ສືບຕໍ່ເດີນຕາມທິດນຳ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ” ແລະ ຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເປັນສະຫາຍ, ເປັນເພື່ອນມິດດີ ແລະ ເປັນຄູ່ຮ່ວມມືທີ່ດີ” ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບການຮ່ວມມືຮອບດ້ານກັບ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top