• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມລ້ຽງສິນໃນນ້ຳ ຫວຽດນາມ: ເຕົ້າໂຮມກຳລັງແຮງຫຼາຍຂະແໜງເພື່ອພັດທະນາເສດຖະກິດທາງທະເລ

      ວັນທີ 7 ພະຈິກ, ສະມາຄົມປູກລ້ຽງສິນໃນນ້ຳ ຫວຽດນາມຂຶ້ນກັບສະຫະພັນວິທະຍາສາດ ເຕັກນິກ ຫວຽດນາມ (VUSTA) ຈັດຕັ້ງກອງປະຊຸມໃຫຍ່ຄົບຄະນະ ສະມາຄົມລ້ຽງສິນໃນນ້ຳ ຫວຽດນາມຄັ້ງທີ II. ກອງປະຊຸມໃຫຍ່ໄດ້ດຳເນີນຢູ່ 4 ຈຸດເຊື່ອມຕໍ່ແມ່ນ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຄ໊ງຮ່ວາ ແລະ ເກິ່ນເທີ.

ພາບປະກອບ: TTXVN 
      ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານຮອງສາດສະດາຈານ, ປ.ອ ຫງວຽນຫຶວຢຸງ, ປະທານສະມາຄົມລ້ຽງໃນນ້ຳ ຫວຽດນາມ (VSA) ໃຫ້ຮູ້ວ່າ: ສະມາຄົມລ້ຽງໃນນ້ຳ ຫວຽດນາມໄດ້ຮັບການສ້າງຕັ້ງໃນປີ 2016 ດ້ວຍພາລະກິດແມ່ນເຕົ້າໂຮມກຳລັງແຮງຫຼາຍຂະແໜງເພື່ອພັດທະນາເສດຖະກິດທະເລແມ່ນແຫຼ່ງກຳລັງໃໝ່ມີລັກສະນະບຸກທະລຸດ້ວຍການພັດທະນາຂອງຂະແໜງສິນໃນນ້ຳຫວຽດນາມ, ມີຄວາມໝາຍອັນຍິ່ງໃຫຍ່ດ້ານທິດສະດີ ແລະ ພຶດຕິກຳຕົວຈິງ
            ຫວນຄືການເຄື່ອນໄຫວມາເປັນເວລາ 4 ປີແຕ່ປີ 2016 – 2020, ທ່ານ ຫງວຽນກ໊ວກແອັງ ຮອງປະທານສະມາຄົມລ້ຽງສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ: ສະມາຄົມໄດ້ພັດທະນາໂດຍໄວ ແລະ ຮອບດ້ານ, ຕາມທິດເຂົ້າສູ່ລວງເລິກ, ຢັ້ງຢືນໄດ້ທີ່ຕັ້ງພາຍໃນປະເທດ ແລະ ໂລກໂດຍໄວ, ສ້າງໄດ້ພື້ນຖານໝັ້ນຄົງໃຫ້ແກ່ການພັດທະນາຍາວນາມ. 
            ກອງປະຊຸມໃຫຍ່ໄດ້ປຶກສາຫາລືການກຳນົດບັນດາໜ້າທີ່ຕ້ອງສຸມໃສ່ໃນອາຍຸການ 2020 – 2025. ນັ້ນແມ່ນສ້າງສາ ອົງການ, ພັດທະນາກຳລັງຄວາມສາມາດຂອງສະມາຄົມ, ພັດທະນາສະມາຊິກ, ສ້າງປະຊາຄົມລ້ຽງສິນໃນນ້ຳ ຫວຽດນາມ…
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top