
ສະພາແຫ່ງຊາດ ຫວຽດນາມ
ກ່ຽວກັບຂອບເຂດດັດປັບ, ຮ່າງກົດໝາຍກຳນົດ, ໜີ້ສາທາລະນະລວມມີ: ໜີ້ຂອງລັດຖະບານ, ໜີ້ໂດຍລັດຖະບານຄໍ້າປະກັນ, ໜີ້ຂອງອຳນາດການປົກຄອງທ້ອງຖິ່ນ. ຜູ້ແທນສ່ວນຫຼາຍໄດ້ເຫັນດີເປັນເອກະພາບຕໍ່ຂໍ້ກຳນົດນີ້, ຕາມນັ້ນແລ້ວ, ບໍ່ຄິດໄລ່ເຂົ້າໃນໜີ້ສາທາລະນະ ບັນດາບ້ວງໜີ້ໂດຍທະນາຄານແຫ່ງລັດ ຫວຽດນາມ ປະກາດໃຊ້ ເພື່ອປະຕິບັດນະໂຍບາຍເງິນຕາ, ໜີ້ຂອງລັດວິສາຫະກິດ, ຂອງຫົວໜ່ວຍພາກລັດທີ່ກູ້ ແລະ ຈ່າຍເອງ ທ່ານ ບູຍແທງຕູງ ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ປະກອບຄຳເຫັນວ່າ:
ຂ້າພະເຈົ້າເຫັນດີເປັນເອກະພາບໂດຍພື້ນຖານກັບຂອບເຂດການດັດປັບ. ເຖິງຢ່າງໃດກໍ່ຕາມ, ສະເໜີໃຫ້ຄະນະຮຽບຮຽງມີການຕີລາຄາຢ່າງລະອຽດກ່ວາ ກ່ຽວກັບສະພາບການຕົວຈິງຂອງງົບປະມານແຫ່ງລັດ, ການໃຊ້ໜີ້ແທນໃຫ້ບັນດາລັດວິສາຫະກິດ, ສະພາບການ ແລະ ສະພາບຕິດໜີ້ທະນາຄານນະໂຍບາຍຕົວຈິງ. ຄວນອະພິປາຍຈະແຈ້ງ ສາເຫດຕິດໜີ້ ໂດຍທະນາຄານແຫ່ງລັດປະກາດໃຊ້ເຊິ່ງບໍ່ແມ່ນໜີ້ສາທາລະນະ, ກໍ່ຄືໜີ້ບ້ວງອື່ນໆ ຄື: ໜີ້ກໍ່ສ້າງພື້ນຖານໂຄງລ່າງ, ແຂວງ, ເມືອງ, ຕາແສງໃນກໍລະນີບໍ່ມີຄວາມສາມາດໃຊ້ຈ່າຍຢ່າງພຽງພໍ, ໜີ້ສົ່ງຄືນພາສີອາກອນມູນຄ່າເພີ່ມ.
(ແຫຼ່ງຄັດຈາກ VOV)