• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍຄັ້ງທີ 2

      ຕອນບ່າຍວັນທີ 23 ພຶດສະພາ, ຮ່າງກົດໝາຍຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ ສືບຕໍ່ໄດ້ຮັບການປຶກສາຫາລືເປັນຄັ້ງທີ 2.

ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14
ພາບ:zing.vn
      ໃນນັ້ນໄດ້ປັບປຸງຕາມທິດຮັບປະກັນເໝາະສົມກັບແຜນນະໂຍບາຍຂອງລັດກ່ຽວກັບການປ່ຽນໃຫມ່ການເຕີບໂຕ, ບໍ່ລະເມີດຫລັກການການຕະຫລາດ, ບໍ່ລະເມີດບັນດາຂໍ້ສັນຍາສາກົນ, ການຫນູນຊ່ວຍຕ້ອງມີການຄັດເລືອກ, ເປັນຈຸດສຸມ, ຮັບປະກັນຄວາມເປັນເອກະພາບຂອງລະບົບກົດໝາຍ, ລັກສະນະມີຄວາມເປັນໄປໃນການດຸ່ນດ່ຽງແຫລ່ງກຳລັງເພື່ອຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ. ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດຂະຫນາດກາງ ແລະ ນ້ອຍ ພັດທະນາ, ຮ່າງກົດໝາຍ ໄດ້ວາງອອກບັນດາກົນໄກຢ່າງແຮງກວ່າເພື່ອໃຫ້ວິສາຫະກິດຂະຫນາດກາງ ແລະ ນ້ອຍ ສຳຜັດໄດ້ກັບແຫລ່ງທຶນສິນເຊື່ອ. ໃນແຕ່ລະໄລຍະ, ລັດຖະບານ ຕັດສິນນະໂຍບາຍຫນູນຊ່ວຍບັນດາອົງການສິນເຊື່ອເພີ່ມເງິນໃຫ້ກູ້ຢືມສຳລັບວິສາຫະກິດຂະຫນາດກາງ ແລະ ນ້ອຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top