• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ ໂຄວິດ - 19 ຢູ່ພາຍໃນປະເທດ ແລະ ໃນໂລກ

      ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 1 ພຶດສະພາ ຫາເວລາ 6 ໂມງ ຂອງວັນທີ 2 ພຶດສະພາ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ປະຊາຊົນຫວຽດນາມ ຫຼາຍກວ່າ 511.000 ຄົນ ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ແລ້ວ.
    ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ໄລ່ຮອດເວລາ 6 ໂມງ ຂອງວັນທີ 2 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນປະເທດ ລວມທັງໝົດ 1587 ກໍລະນີ, ໃນນັ້ນ ຈຳນວນຜູ້ຕິດເຊື້ອລາຍໃໝ່ນັບແຕ່ວັນທີ 27 ມັງກອນ ມາຮອດປັດຈຸບັນ ແມ່ນ 927 ກໍລະນີ.
        ໃນຈຳນວນກໍລະນີຕິດເຊື້ອລວມທົງໝົດ 2942 ກໍລະນີ ມີກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວແມ່ນ 2.549 ກໍລະນີ  ແລະ ມີ 35 ກໍລະນີເສຍຊີວິດ.
            ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 1 ພຶດສະພາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 152.133.661 ຄົນ, ໃນນັ້ນ ມີ 3.196.536 ຄົນ ເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 129.439.543 ຄົນ.
      ອິນເດຍ ໄດ້ກາຍເປັນປະເທດທຳອິດໃນໂລກ ທີ່ມີຈຳນວນຜູ້ຕິດເຊື້ອພາຍໃນວັນລື່ນກາຍລະດັບ 400.000 ຄົນ. ຕາມນັ້ນແລ້ວ, ວັນທີ 1 ພຶດສະພາ ປະເທດນີ້ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ 401.993 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ລວມທັງໝົດ 19.164.969 ຄົນ, ແມ່ນປະເທດມີຈຳນວນຫຼາຍອັນດັບທີ 2 ໃນໂລກ, ຖັດຈາກ ພຽງອາເມລິກາ ເທົ່ານັ້ນ.
        ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະເທດ ໄທ ຢັ້ງຢືນມີຈໍານວນຜູ້ເສຍຊີວິດຍອດໂລກລະບາດໂຄວິດ - 19 ສູງກວ່າໝູ່, ໃນຂະນະທີ່ໂລກລະບາດຢູ່ ລາວ ແລະ ກຳປູເຈຍ ພວມມີສັນຍານຫຼຸດລົງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top