• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ໃນໂລກ ແລະ ຫວຽດນາມ

      ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 24 ລ້ານ 4 ແສນຄົນ ແລະ ຜູ້ເສຍຊີວິດກ່ວາ 4ແສນຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ.
ພາບປະກອບ: AFP/TTXVN
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 95 ລ້ານ 4 ແສນຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 24 ລ້ານ 4 ແສນຄົນ ແລະ ຜູ້ເສຍຊີວິດກ່ວາ 4ແສນຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ.
            ວັນທີ 18 ມັງກອນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 17 ມັງກອນ ຫາ 18 ໂມງຂອງວັນທີ 18 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 2 ຄົນຢູ່ຮ່າໂນ້ຍ ແລະ ດ່ານັ້ງ ທີ່ມາຈາກຕ່າງປະເທດ ແລະ ໄດ້ແຍກຕົວ ພາຍຫຼັງເຂົ້າເມືອງໂດຍທັນທີ. ສະນັ້ນ, ມາຮອດ ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ1593 ຄົນ. 
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top