• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມ ຂໍ້ມູນສະຖິຕິຂອງເວັບໄຊ Worldmeters.info, ໄລ່ຮອດເວລາ 1 ໂມງ ຂອງວັນທີ 3 ສິງຫາ (ຕາມເວລາສາກົນ) ຍອດຈຳນວນຜູ້ຕິດເຊື້ອ SARS – CoV – 2 ໃນທົ່ວໂລກແມ່ນ 18.226.597 ຄົນ ໃນນັ້ນມີ 692.420 ຄົນເສຍຊີວິດ.

ຜູ້ຕິດເຊື້ອພະຍາດ Covid - 19 ໄດ້ຮັບການປິ່ນປົວຢູ່ໂຮງໝໍ Rio de Janeiro ປະເທດບຣາຊິນ
(ພາບ: TTXVN) 
      ມີ ກ່ວາ 50%ຍອດຈຳນວນຜູ້ຕິດເຊື້ອທີ່ໄດ້ຢັ້ງຢືນ ຢູ່ປະເທດ ອາເມລິກາ, ພາກພື້ນອາເມລິກາລາຕິນ ແລະ ກາຣີເບ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຈຳນວນຜູ້ເສຍຊີວິດຢູ່ ອາເມລິກາລາຕິນ ແລະ ກາຣີເບໄດ້ເພີ່ມຂຶ້ນທົບ 2 ເທົ່າໃນຮອບເວລາພຽງແຕ່ ກ່ວາ 1 ເດືອນທີ່ຜ່ານມາ.
        ອາເມລິກາເປັນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ 49.031 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 4.813.640 ຄົນ, ໃນນັ້ນມີຜູ້ເສຍຊີວິດ 158.365 ຄົນ. ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ…
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top