• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສວນທໍລະນີສາດ ດັກນົງ ຂອງຫວຽດນາມ ກາຍເປັນ ສວນທໍລະນີສາດທົ່ວໂລກ`

      ຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ ຢາເຫງັຍ, ແຂວງ ດັກນົງ ຂອງຫວຽດນາມໄດ້ຈັດພິທີຮັບນາມມະຍົດ ສວນທໍລະນີສາດທົ່ວໂລກ ໃຫ້ແກ່ສວນທໍລະນີສາດ ດັກນົງ ແລະ ໄຂງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 2 ປີ 2020. 

ສວນທໍລະນີສາດ ດັກນົງ ແມ່ນ ສວນທໍລະນີສາດແຫ່ງທີ 3 ຂອງ ຫວຽດນາມ ທີ່ໄດ້ຮັບນາມມະຍົດສວນທໍລະນີສາດທົ່ວໂລກ (ພາບ: TTXVN)
      ສວນທໍລະນີສາດ ດັກນົງ ແມ່ນສວນແຫ່ງໃໝ່ສຸດຂອງລະບົບສວນທໍລະນີສາດທົ່ວໂລກ; ພ້ອມທັງແມ່ນສວນທໍລະນີສາດແຫ່ງທີ 3 ຂອງ ຫວຽດນາມ ທີ່ໄດ້ຮັບນາມມະຍົດດັ່ງກ່າວ ຈາກອົງການ UNESCO. ສວນທໍລະນີສາດ ດັກນົງ ມີເນື້ອທີ່ກວ້າງກວ່າ 4.700 km2. ຢູ່ທີ່ນີ້ມີລະບົບຖ້ຳພູເຂົາໄຟໃຫຍ່ໂຕມະໂຫຖານທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ໂດຍມີຖ້ຳນ້ອຍໃຫຍ່ 50 ຖ້ຳ, ມີລວງຍາວກວ່າ 10.000m. ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ສວນທໍລະນີສາດ ດັກນົງ ມີພື້ນຖານແມ່ນ ມີຄວາມງາມທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ແມ່ນພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນທ້ອງຖິ່ນ. ທັງສອງປັດໄຈດັ່ງກ່າວ ຕ້ອງໄດ້ຮັບການອະນຸລັກຮັກສາໄວ້ ແລະ ທັງເປັນການອະນຸລັກຮັກສາມໍລະດົກ, ທັງສົມທົບໃສ່ບັນດາການເຄື່ອນໄຫວເສດຖະກິດ ແລະ ການທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)
 
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top