• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ທົດລອງລະບົບຍິງລູກສອນໄຟຫຼາຍເລົາໃຫຍ່ທີ່ສຸດ

      ວັນທີ 30 ມີນາ, ສື່ມວນຊົນແຫ່ງລັດ ສປປ.ເກົາຫຼີ  ໄດ້ລົງຂ່າວວ່າ ປະເທດນີ້ໄດ້ທົດລອງລະບົບຍິງລູກສອນໄຟຫຼາຍເລົາໃຫຍ່ທີ່ສຸດ, ພາຍຫຼັງເວລາ 1 ວັນ ເມື່ອກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງບັນດາວັດຖຸເບີ່ງເໝືອນວ່າແມ່ນລູກສອນໄຟໄລຍະສັ້ນ 2 ລູກ.

ເຫດຍິງລູກສອນໄຟ (ພາບ: REUTERS) 
      ຕາມໜັງສືພິມລາຍວັນ Rodong Sunmun ແລ້ວ, ເຫດຍິງທົດລອງໃນວັນທີ 29 ມີນາ ແມ່ນເພື່ອແນໃສ່ຢັ້ງຢືນລັກສະນະພິເສດຍຸດທະສາດ ແລະ ເຕັກນິກຂອງລະບົບຍິງລູກສອນໄຟຫຼາຍເລົາໃຫຍ່ທີ່ສຸດນີ້ອີກຄັ້ງໜຶ່ງ. ບົດຂຽນຢັ້ງຢືນວ່າ ເຫດຍິງທົດລອງໄດ້ປະສົບຜົນສຳເລັດ. ເຖິງຢ່າງໃດກໍ່ຕາມ, ບົດຂຽນບໍ່ໄດ້ເຕື້ອງເຖິງເລື່ອງການນຳ Kim – jong – un ໄດ້ມີການຕິດຕາມກວດກາເຫດຍິງທົດລອງຫຼືບໍ່, ກໍ່ຄືບໍ່ໃຫ້ຮູ້ຢ່າງລະອຽດກ່ຽວກັບອາວຸດປະເພດ ນີ້ ກໍ່ຄືສະຖານທີ່ປະຕິບັດເຫດຍິງທົດລອງດັ່ງກ່າວ.
            ໃນວັນທີ 29 ມີນາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟຈາກນະນອນຢູ່ແຄມທະເລທາງພາກຕາເວັນອອກ Wonsan. ບັນດາວັດຖຸສາມາດບິນໄດ້ໄກ 230 ກິໂລແມັດ ດ້ວຍລະດັບຄວາມສູງ 30 ກີໂລແມັດ. ນີ້ແມ່ນເຫດຍິງລູກສອນໄຟຄັ້ງຫຼ້າສຸດໃນບັນດາເຫດທົດລອງອາວຸດ ຫຼື ເຝິກຊ້ອມການທະຫານປືນໃຫຍ່ເຊິ່ງ ພຽງຢາງ ປະຕິບັດນັບແຕ່ຕົ້ນປີນີ້ມາຮອດປັດຈຸບັນ.
 (ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top