• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີໃຫ້ຄຳໝັ້ນສັນຍາ “ປອດນິວເຄຼຍຢ່າງສິ້ນເຊິ່ງໃນແຫຼມເກົາຫຼີ”

      ການພົບປະຄັ້ງສຸດຍອດລະຫວ່າງການນຳສປປ.ເກົາຫຼີ Kim Jong un ແລະ ທ່ານປະທານາທິບໍດີອາເມລິກາ Doland Trump ດຳເນີນໃນວັນທີ 12 ມິຖຸນາ, ຢູ່ສິງກະໂປ ໄດ້ສິ້ນສຸດລົງຢ່າງເປັນທາງການ ເມື່ອການນຳ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງສະບັບໜຶ່ງ.

ຂໍ້ຕົກລົງທີ່ການນຳ 2 ປະເທດຫາກໍ່ລົງນາມ
(ພາບ: CNN)
      ໃນຂໍ້ຕົກລົງດັ່ງກ່າວ, ການນຳ ສປປ.ເກົາຫຼີ Kim Jong un ໃຫ້ຄຳໝັ້ນສັນຍາ “ປອດນິວເຄຼຍຢ່າງສິ້ນເຊິງໃນແຫຼມເກົາຫຼີ”. ໃນຂະນະນັ້ນ, ອາເມລິກາ ໃຫ້ຄຳໝັ້ນສັນຍາກ່ຽວກັບບັນດາ “ການຮັບປະກັນຄວາມໝັ້ນຄົງ” ກັບສປປ.ເກົາຫຼີ. ຂໍ້ຕົກລົງດັ່ງກ່າວມຸ່ງໄປເຖິງການສ້າງຕັ້ງ “ບັນດາການພົວພັນແບບໃໝ່ລະຫວ່າງອາເມລິກາ - ສປປ.ເກົາຫຼີ”.
      ກ່າວຄຳເຫັນທີ່ພິທີລົງນາມກັບທ່ານປະທານາທິບໍດີອາເມລິກາ Donald Trump, ການນຳສປປ.ເກົາຫຼີ Kim Jong un ຢືນຢັນວ່າ ໂລກຈະເຫັນປະຈັກຕາ “ການປ່ຽນແປງຢ່າງໃຫຍ່ຫຼວງ” ແລະ ການນຳທັງ 2 ທ່ານ “ໄດ້ຕົກລົງປະລະອະດີດຕະການ”. ສ່ວນຝ່າຍອາເມລິກາ, ທ່ານປະທານາທິບໍດີ Trump ເນັ້ນໜັກວ່າ, ເອກະສານໄດ້ຮັບການລົງນາມແລ້ວແມ່ນ “ມີຄວາມສຳຄັນທີ່ສຸດ ແລະຮອບດ້ານ”; ພ້ອມທັງຢືນຢັນການພົວພັນລະຫວ່າງ 2 ປະເທດໃນປະຈຸບັນແມ່ນມີຄວາມແຕກຕ່າງແລ້ວ ແລະ ມີຄວາມເຊື່ອໝັ້ນ ການພົວພັນນີ້ແມ່ນ “ຈະມີຄວາມແຕກຕ່າງກັນຫຼາຍໃນອະນາຄົດ”. ທ່ານປະທານາທິບໍດີ Trump ໄດ້ເນັ້ນໜັກເຖິງວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ ແລະ ຈະເລີ່ມຕົ້ນ “ຢ່າງວ່ອງໄວ” ແລະ ຢືນຢັນວ່າ ທ່ານພ້ອມແລ້ວທີ່ຈະພົບປະກັບການນຳ Kim Jong un ອີກຫຼາຍຄັ້ງ, ກໍຄືເຊື້ອເຊີນທ່ານ Kim Jong un ມາຢ້ຽມຢາມອາເມລິກາ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top