• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ດັດປັບເຂັມໂມງໃຫ້ຖືກກັບ ສ.ເກົາຫຼີ ຢ່າງເປັນທາງການ

      ໃນເວລາ 0ໂມງ00 ວັນທີ 05 ພຶດສະພາ (ຕາມເວລາທ້ອງຖິ່ນ), ເຂັມໂມງຂອງ ສປປ.ເກົາຫຼີ ໄດ້ຖືກດັດປັບໃຫ້ຖືກກັບເຂັມໂມງຂອງ ສ.ເກົາຫຼີ ຢ່າງເປັນທາງການ.
 
ໂມງຢູ່ຫ້ອງວ່າການສຳນັກງານປະທານາທິບໍດີ ສ.ເກົາຫຼີ ຊີ້ບອກເວລາຢູ່ ເຊີອູນ (ຢູ່ເບື້ອງຊ້າຍ)
ແລະ ໂມງຊີ້ບອກເວລາຢູ່ ພຽງຢາງ (ຢູ່ເບື້ອງຂວາ) ພາບ:  EPA/TTXVN
      ນີ້ໄດ້ຮັບຖືວ່າ ແມ່ນສັນຍາລັກແຫ່ງຄວາມມານະພະຍາຍາມຊຸກຍູ້ການໄກ່ເກ່ຍຄວາມປອງດອງ ແລະ ທ້ອນໂຮມເຂົ້າກັນໃຫ້ເປັນເອກະພາບລະຫວ່າງ 2 ພາກເກົາຫຼີ.
      ກ່ອນໜ້ານັ້ນ, ວັນທີ 30 ເມສາ, ຄະນະປະທານສະພາປະຊາຊົນສູງສຸດ (ໝາຍຄວາມວ່າແມ່ນ ສະພາແຫ່ງຊາດ) ໄດ້ຕົກລົງດັດປັບເຂັມໂມງຂອງ 2 ພາກເກົາຫຼີ ໃຫ້ຖືກກັນ. ການກະທຳຂອງ ພຽງຢາງ ໄດ້ຖືກຍົກອອກມາ ພາຍຫລັງການນຳ Kim Jong-un ໄດ້ສະເໜີຢ່າງກະທັນຫັນໃຫ້ດັດປັບເຂັມໂມງຂອງປະເທດນີ້ທີ່ໄວກ່ວາ 30 ນາທີ ເພື່ອໃຫ້ຖືກກັບເຂັມໂມງຂອງ ສ.ເກົາຫຼີ, ໃນການພົບປະສຸດຍອດກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເມື່ອວັນທີ 27 ເມສາ ຜ່ານມາ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top