• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ລາວ ປະດັບຫຼຽນໄຊອິດສະຫຼະ ໃຫ້ການນໍາຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນສູນກາງ

      ຜ່ານຫຼາຍໄລຍະປະຫວັດສາດທີ່ຫຍຸ້ງຍາກລໍາບາກ, ສອງປະເທດຫວຽດນາມ - ລາວ ຍັງຄົງເປັນຈິດໜຶ່ງໃຈດຽວ, ສະໜິດຕິດພັນ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ.

ທ່ານໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ປະດັບຫຼຽນໄຊອິດສະຫຼະ
ໃຫ້ບັນດາການນໍາຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ

(ພາບ: Phuong Hoa/TTXVN)
      ຕອນບ່າຍວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ທ່ານໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ປະດັບຫຼຽນໄຊອິດສະຫຼະໃຫ້ບັນດາການນໍາຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ; ຄະນະຊົນເຜົ່າ; ຄະນະສາສະໜາລັດຖະບານ ເພື່ອຮັບຮູ້ການປະກອບສ່ວນຂອງການນໍາຫວຽດນາມໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ. ກ່າວຄໍາເຫັນທີ່ພິທີ, ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ເນັ້ນໜັກວ່າ ຜ່ານຫຼາຍໄລຍະປະຫວັດສາດທີ່ຫຍຸ້ງຍາກລໍາບາກ, ສອງປະເທດຫວຽດນາມ - ລາວ ຍັງຄົງເປັນຈິດໜຶ່ງໃຈດຽວ, ສະໜິດຕິດພັນ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ. ປັດຈຸບັນດນີ້, ໃນວິວັດການເຊື່ອມໂຍງ ແລະ ສ້າງສາປະເທດຊາດ, ນໍ້າໃຈສາມັກຄີີ ແລະ ມູນເຊື້ອອັນດີງາມ ໄດ້ກາຍເປັນປັດໄຈຕັດສິນ ແລະ ຊັບສົມບັດອັນລໍ້າຄ່າຂອງແຕ່ລະຊົນຂາດ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ໂດຍສະເພາະແມ່ນວຽກງານຂົນຂວາຍປະຊາຊົນຂອງສອງປະເທດໃນໄລຍະຜ່ານມາ ຍາມໃດກໍໄດ້ຮັບຄວາມເຄົາລົບນັບຖື ຈາກປະຊາຊົນສອງປະເທດ ແລະ ເປັນຈິດໜຶ່ງໃຈດຽວ ສະໜັບສະໜູນຊຶ່ງກັນ ແລະກັນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top