ຂ່າວສານ
ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ປະກອບສ່ວນເຂົ້າໃນການຢັ້ງຢືນທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມໃນເວທີສາກົນ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີມອບລາງວັນ
ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ໄດ້ໂຄສະນາພາບພົດຂອງປະເທດ, ຢັ້ງຢືນທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມຢູ່ເວທີສາກົນ, ທ່ານນາງຢັ້ງຢືນວ່າ ປີ 2020 ແມ່ນປີຫວຽດນາມ ດຳລົງບັນດາຕຳແໜ່ງ ທາງການຕ່າງປະເທດສຳຄັນ, ຍິ່ງໃຫຍ່ ແລະ ໜັກໜ່ວງທີ່ສຸດ, ເພາະສະນັ້ນ, ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຕ້ອງສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງໜ້າ, ມີປະສິດທິຜົນ, ເສີມຂະຫຍາຍບັນດາກາລະໂອກາດທີ່ສ້າງໄດ້ໃຫ້ຢູ່ໃນລະດັບສູງສຸດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຄວນປະກອບສ່ວນສຳຄັນເຂົ້າໃນວຽກງານສົມທົບກັນລະຫວ່ງກຳລັງແຮງຂອງຊາດ ແລະ ກຳລັງແຮງຂອງຍຸກສະໄໝ, ສົມທົບກັນລະຫວ່າງ ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ການທູດລັດຖະສະພາລະຫວ່າງ ການຖະແຫຼງຂ່າວພາຍໃນປະເທດ ແລະ ການຖະແຫຼງຂ່າວໃຫ້ຕ່າງປະເທດເພື່ອແນໃສ່ຍົກ ທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເວທີສາກົນໃຫ້ສູງກ່ວາອີກ. ເປັນເຈົ້າການ “ຫັນສິ່ງທ້າທາຍໃຫ້ເປັນກາລະໂອກາດ”, ຍາດແຍ່ງກາລະໂອກາດອັນລ້ຳຄ່າກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດເຊິ່ງ ປະເທດຂອງພວກເຮົາບັນລຸໄດ້ໃນຂະບວນການປ້ອງກັນ, ຕ້ານໂລກລະບາດ Covid – 19 ເພື່ອເພີ່ມທະວີການໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ, ທັງເປັນການຢັ້ງຢືນເຖິງການນຳພາອັນຖືກຕ້ອງ ແລະ ໝັ້ນຄົງຂອງພັກ, ທັງດຶງດູດທຸກໆແຫຼ່ງກຳລັງເພື່ອປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດ.
ການສອບເສັງຊີງລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ VI ທາງຄະນະຈັດຕັ້ງໄດ້ຮັບຜົນງານເຂົ້າຮ່ວມຊີງລາງວັນທັງໝົດ 1331 ຜົນງານໃນຮູບແບບຄື: ໜັງສືພິມ, ໜັງສືພິມເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບ… ບັນດາຜົນງານເຫຼົ່ານັ້ນໄດ້ສະແດງອອກດ້ວຍ 17 ພາສາ. ຄະນະຈັດຕັ້ງ ແລະ ສະພາມອບລາງວັນ ໄດ້ຄັດເລືອກເອົາຜົນງານທີ່ດີເດັ່ນ 175 ຜົນງານເພື່ອມອບລາງວັນເຊິ່ງລວມມີ: ລາງວັນທີ 1 ມີ18 ລາງວັນ, ລາງວັນທີ 2 ມີ 33 ລາງວັນ, ລາງວັນທີ 3 ມີ 44 ລາງວັນ ແລະ ລາງວັນຊົມ ເຊີຍ ມີ 80 ລາງວັນ.
(ແຫຼ່ງຄັດຈາກ VOV)