• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານໂຄສະນາສຶກສາຕ້ອງໄດ້ຮັບການປ່ຽນໃໝ່ເພື່ອເໝາະສົມກັບພຶດຕິກຳຕົວຈິງ


ທ່ານ ຫວໍ​ວັນ​ເຖືອ​ງ
(ພາບປະກອບຈາກ tuoitre.vn)
 
      ວຽກ​ງານ​ໂຄສະນາ​ສຶກສາ​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ເພື່ອ​ເໝາະ​ສົມ​ກັບ​ສະພາບ​ການ​ຕົວ​ຈິງ - ນີ້​ແມ່ນ​ຄຳ​ຮຽກຮ້ອງ​ເຊິ່ງທ່ານ ຫວໍ​ວັນ​ເຖືອ​ງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ທີ່​ກອງ​ປະຊຸມ​ຝຶກ​ອົບຮົມ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2016 ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 29/3, ຢູ່​ນະຄອນ ​ໂຮ່ຈີ​ມິນ. ທີ່​ກອງ​ປະຊຸມ, ທ່ານ ຫວໍ​ວັນ​ເຖືອ​ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ພວມ​ກະກຽມການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016 – 2020, ຂະ​ແໜງ​​ໂຄສະນາ​ສຶກສາ​ກໍ່​ພວມ​ຮຽບຮຽງ​ເອກະສານ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ “ກ່ຽວ​ກັບ​ການ​ຮຳ່ຮຽນ, ຊາບ​ຊຶມ, ​ໂຄສະ​ນາ, ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ”. ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ຈຸດ​ສຸມ​ຊຶ່ງ​ຂະ​ແໜງ​ໂຄສະນາ​ສຶກສາ​ຕ້ອງ​ຕິດຕາມ​ປະຕິບັດ​ໜ້າ​ທີ່​ຂອງຕົນ. ທ່ານ ຫວໍ​ວັນ​ເຖືອ​ງ ຮຽກຮ້ອງ​ໃຫ້​ວຽກ​ງານ​ຝຶກ​ອົບຮົມ​ຕ້ອງ​ສະ​ແດງ​ລັກສະນະ​ປ່ຽນ​ໃໝ່​ທັງ​ດ້ານ​ເນື້ອ​ໃນ, ວິທີການ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ພຶດຕິ​ກຳ​ຕົວ​ຈິງ​ພວມ​ຮຽກຮ້ອງ​ວຽກ​ງານ​​ໂຄສະນາ​ສຶກສາ​ເຂົ້າ​ຮ່ວມ​​ແກ້​ໄຂ, ​​ໄຈ້​ແຍກບັນດາ​ສິ່ງ​ຍັງ​ຄົງ​ຄ້າງ​ ​ປະຈຸ​ບັນ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top