• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານສ້າງລະບອບລະບຽບການສຳເລັດແມ່ນໜຶ່ງໃນບັນດາຂອດບຸກທະລຸຍຸດທະສາດ

      ຕອນເຊົ້າວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍຂອງລັດຖະບານກ່ຽວກັບວຽກງານສ້າງລະບອບລະບຽບການສຳເລັດ ກັບ 63 ແຂວງ ນະຄອນໃນທົ່ວປະເທດ.
 
  
       
      ກ່າວຄຳເຫັນໄຂກອງປະຊຸມ, , ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ໃຫ້ຮູ້ວ່າ: ພັກ, ລັດກຳນົດວ່າ ວຽກງານສ້າງລະບອບລະບຽບການສຳເລັດ ແມ່ນໜຶ່ງໃນບັນດາຂອດບຸກທະລຸຍຸດທະສາດ. ພາຍຫຼັງບູລະນະລັດຖະບານ ອາຍຸການ 2021-2026, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳບັນດາຂະແໜງການ, ຂັ້ນຕ່າງໆ ຈົ່ງເລີ່ມສ້າງລະບອບລະບຽບການສຳເລັດ, ໃນນັ້ນໄດ້ມອບໃຫ້ຜູ້ນຳໜ້າຮັບຜິດຊອບການຊີ້ນຳໂດຍກົງ, ຕິດຕາມ, ຊຸກຍູ້ວຽກງານສ້າງລະບອບລະບຽບການສຳເລັດ. ທ່ານນາຍົກລັດຖະມົນຕີສະເໜີວ່າ:
   ຂ້າພະເຈົ້າສະເໜີໃຫ້ສຸມໃສ່ປຶກສາຫາລືບັນດາເນື້ອໃນ, ການກຳນົດທິດລະອຽດໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນແກ້ໄຂ, ສຳເລັດລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ, ເຊື່ອມໂຍງເຂົ້າກັບສາກົນ, ບັນດາບັນຫາໄດ້ວາງອອກ, ວິວັດການປະຕິບັດຍັງມີຂໍ້ຕິດຂັດຫຍັງ, ໄດ້ສະເໜີຫຼາຍເທື່ອແຕ່ບໍ່ຍັງທັນໄດ້ແກ້ໄຂ; ຕ້ອງຊີ້ແຈ້ງ, ທ້ອງຖິ່ນແກ້ໄຂຫຍັງ, ຂະແໜງການກະຊວງແກ້ໄຂບັນຫາຫຍັງ, ລັດຖະບານແກ້ໄຂຫຍັງ, ສະພາແຫ່ງຊາດແກ້ໄຂຫຍັງ ແລະ ຂັ້ນສູງກ່ວາອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top