• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ມາເລເຊຍ ຢາກເປີດກ້ວາງການດຳເນີນທຸລະກິດຢູ່ຫວຽດນາມ


ພາບ​ປະ​ກອບ
      ຕາ​ຕະລາງ​ສຳຫຼວດ​ວິ​ສາ​ຫະ​ກິດ ປີ 2016 ຂອງ​ທະ​ນາ​ຄານ United Overseas Bank (UOB) ອາ​ຊີ ປະ​ກາດ​ໃນ​ວັນ​ທີ 31/3, ໃຫ້​ຮູ້​ວ່າ: ມີ 38% ບໍ​ລິ​ສັດ ມາ​ເລ​ເຊຍ ໄດ້​ເລືອກ​ເຟັ້ນ ຫວຽດ​ນາມ ແມ່ນ​ປະ​ເທດ​ໄດ້​ຮັບ​ຄວາມນິ​ຍົມ ຢູ່ ອາ​ຊີ ເພື່ອ​ເປີດ​ກ້​ວາງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຮອບ​ເວ​ລາ​ແຕ່ 3 ຫາ 5 ປີ​ຈະ​ມາ​ເຖິງ. ບັນ​ດາ​​ນັກ​ທຸ​ລະ​ກິດ ມາ​ເລ​ເຊຍ ໄດ້​ຕີ​ລາ​ຄາ​ສູງບັນ​ດາ​ເງື​່ອນ​ໄຂ​ຢູ່ ຫວຽດ​ນາມ ຄື​ການ​ເມືອງ​ມີ​ສະ​ຖຽນ​ລະ​ພາບ (44%), ຄວາມ​ຮຽ​ກ​ຮ້ອງ​ຕ້ອງ​ການ​ໃຫຍ່ ແລະ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ລູກ​ຄ້າ (42%), ສະ​ພາບ​ແວດ​ລ້ອມ​ດ້ານ​ພາ​ສີ​ອາ​ກອນ ແລະ ບັນ​ດາ​ຂໍ້​ກຳ​ນົດ​ສະ​ດວກ (32%)… ບັນ​ດາ​ວິ​ສາ​ຫະ​ກິດ ມາ​ເລ​ເຊຍ ກໍ່​ຖືກ​ດຶງ​ດູດ​ຍ້ອ​ນ​ບັນ​ດາ​ກາ​ລະ​ໂອ​ກາດ​ຈະ​ໄດ້​ເປີດ​ກ້​ວາງຫຼາຍ​ກ່​ວາ​ອີກ ຜ່ານ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ແລະ ສ​ະ​ຫະ​ພັນ ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ. UOB ໄດ້​ຮັບ​ຮູ້​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ​ຂອງ ຫວຽດ​ນາມ ແຕ່​ປີ 1995, ໃນ​ຂະ​ນະ UOB ເປີດ​ທະ​ນາ​ຄານ​ຕ່າງ​ປະ​ເທດສາ​ຂາ​​ຢູ່ ຫວຽດ​ນາມ ເພື່ອ​ຮັບ​ໃຊ້​ບັນ​ດາ​ວິ​ສາ​ຫະ​ກິດ​ເປັນ​ຕົ້ນ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top