• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດເຕັກໂນໂລຢີດີຈີຕອນ ຕ້ອງນຳໜ້າໃນການພັດທະນາເສດຖະກິດດີຈີຕອນຢູ່ຫວຽດນາມ

      ວັນທີ 23 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ເຂົ້າຮ່ວມເວທີປາໄສ ລະດັບຊາດກ່ຽວກັບການພັດທະນາ ວິສາຫະກິດເຕັກໂນໂລຢີດີຈີຕອນຫວຽດນາມ ປີ 2020 ດ້ວຍຫົວຂໍ້ ວິສາຫະກິດເຕັກໂນໂລຢີດີຈີຕອນ-ກຳລັງໜູນຊຸກຍູ້ການຫັນປ່ຽນສູ່ດີຈີຕອນ, ພັດທະນາເສດຖະກິດດີຈີຕອນຢູ່ຫວຽດນາມ ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ກ່າວຄຳເຫັນທີ່ເວທີປາໄສ
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ກ່າວວ່າ :
     “ ພວກເຮົາອາດຈະເຊື່ອໝັ້ນປະຊາຄົມ ວິສາຫະກິດດີຈີຕອນຂອງຫວຽດນາມ ເພື່ອນຳປະເທດພັດທະນາໄວກ່ວາ, ຍືນຍົງກ່ວາ. ໄລຍະກວ່າ 20 ປີທີ່ຜ່ານມາ, ພວກເຮົາໄດ້ພັດທະນາ, ແຕ່ໃນປະຈຸບັນ ຍັງຄົງຢືນຢູ່ເຄິ່ງກາງ. ກ້າວເດີນໄວກ່ວາດ້ວຍວິທີໃດ, ມີຫຼາຍສິ່ງທີ່ຈະຕ້ອງເຮັດ, ຕ້ອງເລັ່ງໃສຂະແໜງໃດໜຶ່ງທີ່ມີກຳລັງແຜ່ກະຈ່າຍຢ່າງໃຫຍ່ຫຼວງ. ເປັນຫຍັງ ພວກເຮົາຈຶ່ງເວົ້າຫຼາຍເຖິງວິສາຫະກິດດີຈິຕອນ, ເລີ່ມຕົ້ນທຸລະກິດ, ເພາະວ່າ ນີ້ແມ່ນເປົ້າໝາຍມີລະດັບການພັດທະນາໄວກ່ວາເມື່ອທຽບໃສ່ເປົ້າໝາຍອື່ນໆ ”
     ແລະ ກໍໃນເວທີປາໄສດັ່ງກ່າວ, ຜະລິດຕະພັນ 14 ຢ່າງ ທີ່ພົ້ນເດັ່ນໄດ້ຮັບລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ” ປີ 2020, ໃນນັ້ນ ມີ 5 ລາງວັນທີ 1 
 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top