• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຍີປຸ່ນຫວັງເພີ່ມທະວີການຮ່ວມມືລົງທຶນກັບຫວຽດນາມ

      ແຕ່ວັນທີ 3 ຫາວັນທີ 6 ຕຸລາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໄດ້ທຳການຢ້ຽມຢາມ 3 ແຂວງທີ່ເຂດ ຊີໂກກູ ຂອງຍີປຸ່ນ ຄື: ໂອກາຢາມາ, ໂຕໂຕຣີ ແລະ ຊີມານີ

ເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ
ແລະ ຜູ້ວ່າການແຂວງ ໂອກາຢາມາ
      ຢູ່ແຕ່ລະແຂວງ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໄດ້ພົບປະກັບຜູ້ວ່າການແຂວງ ແລະ ດຳເນີນການໂອ້ລົມສົນທະນາ ແນະນຳກ່ຽວກັບສະພາບການຂອງຫວຽດນາມ ແລະ ໂອກາດຮ່ວມມືລົງທຶນກັບບັນດາວິສາຫະກິດຂອງ 3 ແຂວງ. ເມື່ອແລກປ່ຽນກັບ ບັນດາວິສາຫະກິດ ຢູ່ 3 ແຂວງ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໄດ້ເນັ້ນເຖິງສານທີ່ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໃນການຢ້ຽມຢາມຍີປຸ່ນເມື່ອເດືອນມິຖຸນາທີ່ຜ່ານມາວ່າ : ນີ້ແມ່ນຈຸດເວລາທີ່ດີທີ່ສຸດສຳລັບບັນດາວິສາຫະກິດ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດເພື່ອເພີ່ມທະວີການຮ່ວມມື, ປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ ບໍ່ພຽງແຕ່ໃນຮອບເວລາ  5 – 10 ປີທີ່ຈະມາເຖິງເທົ່ານັ້ນ, ຫາກຍັງດ້ວຍວິໄສທັດນັບຮ້ອຍປີອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top