• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11

      ວັນທີ 10 ທັນວາ, ມີຜູ້ແທນຊາວໜຸ່ມ 1000 ຄົນທີ່ເປັນຕົວແທນໃຫ້ຊາວໜຸ່ມກວ່າ 6,4 ລ້ານຄົນ ແລະ ໄວໜຸ່ມຫວຽດນາມເກືອບ 24 ລ້ານຄົນ ໄດ້ກ້າວເຂົ້າສູ່ວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11 ອາຍຸການ 2017-2022

ອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11
      ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່, ທ່ານ ເລກ໋ວກຟອງ ເລຂາທີ 1 ຄະນະບໍລິຫານງານ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 10, ປະທານສະມາຄົມນັກສຶກສາຫວຽດນາມຢືນຢັນວ່າ : 
    “ ໃນອາຍຸການທີ່ຈະມາເຖິງ, ພວມເຮົາກຳນົດ 10 ແຜນຮ່າງຈຸດສຸມ. ໃນນັ້ນ ປັດໄຈຮຽກຮ້ອງຕ້ອງການຄວາມປະຈັນບານ, ນຳໜ້າຂອງຊາວໜຸ່ມ, ຄຸນນະທາດຂອງໄວໜຸ່ມໃນໄລຍະໃໝ່ ໄດ້ຮັບຖືເປັນສິ່ງສຳຄັນແຖວໜ້າ. ຍິ່ງກວ່ານັ້ນ, ຊາວໜຸ່ມ, ໄວໜຸ່ມຕ້ອງມີຄຸນນະທາດ, ອຸດົມຄະຕິ, ມີຄວາມຮັບຮູ້ດ້ານການເມືອງ.  ”
   ທີ່ ວາລະປະຊຸມຄັ້ງທີ 1, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11 ອາຍຸການ 2017-2022, ຜູ້ແທນທຸກໆຄົນທີ່ເຂົ້າຮ່ວມໄດ້ລົງຄະແນນສຽງເຫັນດີຮັບຮອງເອົາໂຄງການດຳເນີນງານ ແລະ ລະບຽບການ ຂອງກອງປະຊຸມໃຫຍ່ .
    ກອງປະຊຸມໃຫຍ່ໄດ້ເປັນເອກະພາບເລືອກຕັ້ງຄະນະປະທານລວມມີ ສະມາຊິກ 19 ທ່ານ. 
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top