• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງແຜນທີ່ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວສາກົນ Berlin 2018

      ໃນລາຍການໂຄສະນາເຜີຍແຜ່ການທ່ອງທ່ຽວ ຫວຽດນາມ ທີ່ນອນໃນຂອບເຂດງານຕະຫລາດນັດການທ່ອງທ່ຽວສາກົນ - ITB Berlin 2018, ແຕ່ວັນທີ 07 – 11 ມີນາ, ມີບາງຮ້ານວາງສະແດງການທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງການແນະນຳ, ວາງສະແດງແຜນທີ່ ຫວຽດນາມ ໃຫ້ແຂກໄດ້ຢ້ຽມຊົມ.

ວາງສະແດງແຜນທີ່ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວສາກົນ Berlin 2018 (ພາບ: TTXVN)
      ພ້ອມກັບການແນະນຳ ແລະ ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວ, ການບໍລິການ ແລະ ການສະແດງບັນດາລາຍການສິລະປະວັດທະນະທຳທີ່ເປັນມູນເຊື້ອ, ການເຄື່ອນໄຫວວາງສະແດງແຜນທີ່ ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ຊ່ວຍໃຫ້ເພື່ອນມິດສາກົນມີຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ຊັດເຈນກ່ຽວກັບການທ່ອງທ່ຽວ ຫວຽດນາມ ກໍ່ຄືອະທິປະໄຕສຳລັບບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງ ຫວຽດນາມ ຕື່ມອີກ. ງານຕະຫລາດນັດທ່ອງທ່ຽວສາກົນ - ITB Berlin 2018 ໄດ້ດຳເນີນຢູ່ສູນຕະຫລາດນັດວາງສະແດງ Messe ທີ່ນະຄອນຫລວງ Berlin.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top