• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນວັດທະນະທຳບັນດາຊົນເຜົ່າຫວຽດນາມປີ 2017


ລາຍ​ການ​ສິ​ລະ​ປະ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ
ຫວຽດ​ນາມ (2016). ພາບປະ​ກອບ
 
      ວັນ​ວັດ​ທະ​ນ​ທຳ​ບັນ​ດາ​ຊົນ​ເຜົ່າ​ຫວຽດ​ນາມ​ປີ 2017 ຈະ​ດຳ​ເນີນ​ແຕ່​ວັນ​ທີ 19-23/4 ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ ບັນ​ດາ​ຊົນ​ເຜົ່າ​ຫວຽດ​ນາມ (ຢູ່​ດົງ​ໂມ, ເຊີນ​ໄຕ, ຮ່າ​ໂນ້ຍ) ດ້ວຍ ຫົວ​ຂໍ້ “ສຽງ​ດົນ​ຕີ​ພື້ນ​ເມືອງ​ຈາກ​ເຂດ​ພູ​ຜາ​ປ່າ​ໄມ້”. ຫົວ​ຂໍ້​ຂອງວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ​ຫວຽດ​ນາມ ປີນີ້ ປະ​ກອບ​ສ່ວນ​ເຊີດ​ຊູ​ບັນ​ດາ​ປະ​ເພດ​ເຄື່ອງ​ດົນ​ຕີ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທີ່ເຮັດ​ດ້ວຍ​​ໄມ້​ໃຜ່, ໄມ້​ເຮ້ຍ.., ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ ຫວຽດ​ນາມ ປີນີ້ ມ​ີ​ການ​ເຂົ້າ​ຮ່ວມ​ຂອ​ງ​ບັນ​ດາ​ນາຍ​ບ້ານ, ເຈົ້າ​ກົກ​ເຈົ້າ​ເຫລົ່າ, ນັກ​ສິ​ລະ​ປະ​ການ, ປະ​ຊາ​ຊົນ​ມາ​ຈາກ 8 ຊົນ​ເຜົ່​າ​ຄື: ເຜົ່າ​ເມື່ອງ, ເຜົ່າ​ຜູ້​ໄທ, ຂະ​ມຸ, ຢ້າວ, ໄຕ່, ເອ​ເດ, ຕາ​ໂອຍ, ຂະ​ແມ. ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ​ຫວຽດ​ນາມ ປີ 2017 ລວມ​ມີ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ 6 ປະ​ການ, ຈຸດ​ເດັ່ນ​ແມ່ນ​ພິ​ທີ​ໄຂ​ຊື່ງ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 19/4. ໃນ​ຂອບ​ເຂດ​ງານ​ບຸນ​ຍັງ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ​ຄື: ງານ​ວາງ​ສະ​ແດງ ແລະ ລາຍ​ການ​ສະ​ແດງ​ເຄື່ອງ​ດົນ​ຕີ​ພື​້​ນ​ເມືອງ ແລະ ງານ​ບຸນ​ຕ່າງໆ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top