ແລະ ບັນດາວິສາຫະກິດສະມາຊິກ ຈັດຕັ້ງພິທີປະກາດ ຫນັງສືຮັບປະກັນຕົ້ນກຳເນີດຂອງກາເຟ ເຊີນລາ ຢູ່ ຮ່າໂນ້ຍ ແລະ “ວັນບຸນແຈ້ງຕົ້ນກຳເນີດ ກາເຟ ເຊີນລາ ຢູ່ ຮ່າໂນ້ຍ”, ເພື່ອແນໃສ່ນຳຜະລິດຕະພັນ ກາເຟ ເຊີນລາ ທີ່ມີຊື່ສຽງ, ມີລົດຊາດເປັນເອກະລັກສະເພາະຂອງ ເຂດໄຕບັກ (ໝາຍເຖິງຕາເວັນຕົກສຽງເຫນືອ) ມາໃຫ້ຜູ້ອຸປະໂພກນະຄອນຫລວງ ແລະ ຄູ່ຄ້າພາຍໃນປະເທດ.
“ວັນບຸນແຈ້ງຕົ້ນກຳເນີດກາເຟ ເຊີນລາ - ເຕົ້າໂຮມສີສັນທຳມະຊາດ ແລະ ວັດທະນະທຳທີ່ເປັນມູນເຊື້ອ” ແມ່ນໄດ້ແນະນຳຜະລິດຕະພັນກາເຟຂອງບັນດາວິສາຫະກິດ. ພ້ອມກັນນັ້ນ ບັນດາວິສາຫກິດຂອງແຂວງ ເຊີນລາ ຍັງໄດ້ຈັດຕັ້ງເຂດວາງສະແດງ ແລະ ໃຫ້ຜູ້ມາຊົມໄດ້ຊີມຜະລິດຕະພັນກາເຟທີ່ມີລົດຊາດຂອງ ເຊີນລາອີກດ້ວຍ.
(ແຫຼ່ງຄັດຈາກ VOV)