• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນຄອບຄົວຫວຽດນາມມີຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ”

ວັນທີ 22 ມິຖຸນາ, ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ໄຂວັນບຸນຄອບຄົວຫວຽດນາມ ປີ 2018 ດ້ວຍຫົວຂໍ້ວ່າ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ” ເພື່ອແນໃສ່ສະໜັບສະໜູນ ແລະ ສະເຫຼີມສະຫຼອງວັນຄອບຄົວຫວຽດນາມ 28 ມິຖຸນາ.


ວັນຄອບຄົວຫວຽດນາມມີຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ”

(ພາບ: TTXVN) 

ວັນບຸນຄອບຄົວຫວຽດນາມ ປີ 2018 ລວມມີການເຄື່ອນໄຫວຫຼາຍຢ່າງ, ດ້ວຍຫົວຂໍ້ “ຄອບຄົວແມ່ນບ່ອນອີງແຫ່ງຄວາມຮັກ” ຄື: ງານວາງສະແດງ “ແມ່ - ລູກ, ບົດກະວີ, ດົນຕີ - ຊີວິດ”, “ບ່ອນອີງແຫ່ງຄວາມຮັກ”; ວາງສະແດງບັນດາຜະລິດຕະພັນສິລະປະທີ່ໄດ້ຮັບລາງວັນສູງທີ່ການເສັງພາບຖ່າຍ “ບັນດາຄອບຄົວມີຄວາມສະເໝີພາບຫວຽດນາມ”. ນອກຈາກນັ້ນ, ວັນບຸນຍັງມີບັນດາເຂດວາງສະແດງ “ຜະລິດຕະພັນຍອດຢ້ຽມຂອງວົງຕະກຸນອາຊີບ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອຫວຽດນາມ.” … ວັນຄອບຄົວຫວຽດນາມ 2018 ດຳເນີນໃນລະຫວ່າງວັນທີ 22 – 24 ມິຖຸນາ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top