• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງທຶນໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນການລົງທຶນໃຫ້ແກ່ການພັດທະນາ

      ຕອນບ່າຍວັນທີ 12 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສະຫງວນເວລາທັງໝົດໃຫ້ແກ່ການປຶກສາຫາລືກ່ຽວກັບໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.
 
      
      ເມື່ອປຶກສາຫາລືທີ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຖືວ່າ ເລື່ອງປະກາດໃຊ້ໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ຈະຫຼຸດຜ່ອນໄລຍະຫ່າງລະຫວ່າງບັນດາເຂດຢູ່ພາຍໃນປະເທດ. ຖ້າຫາກກ່ອນນີ້ໄດ້ກຳນົດວ່າ ລົງທຶນໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍແມ່ນເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ມາຮອດປະຈຸບັນການກຳນົດລົງທຶນໃຫ້ແກ່ເຂດນີ້ແມ່ນການລົງທຶນເພື່ອການພັດທະນາ. ທ່ານ ໂຕວັນຕ໊າມ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕູມ, ຖືວ່າ.
        “ຂ້າພະເຈົ້າສະເໜີວ່າ ຄວນສຸມໃສ່ແກ້ໄຂ 3 ບັນຫາສຳຄັນເພື່ອນຳເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຫຼຸດພົ້ນອອກຈາກຄວາມອຶດຫິວ, ທຸກຍາກ. ນັ້ນແມ່ນເລື່ອງແກ້ໄຂທີ່ດິນທຳການຜະລິດຢ່າງແທ້ຈິງ, ພ້ອມທັງປະຕິບັດບັນຫາຕັ້ງຖິ່ນຖານຄົງທີ່ຄືນໃໝ່ໃຫ້ເປັນຢ່າງດີ. ທີ 2 ແມ່ນ, ສຸມໃສ່ຜະລິດຢ່າງມີປະສິດທິຜົນ ແລະ ໃຫ້ໄດ້ຮັບຜົນປະໂຫຍດຈາກປະສິດທິຜົນຂອງການຜະລິດ. ທີ 3 ແມ່ນລົງທຶນ ແລະ ມີມາດຕະການແກ້ໄຂເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຜົນປະໂຫຍດຈາກປ່າ. ດຳລົງຊີວິດ, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນຈາກແຫຼ່ງຜົນປະໂຫຍດຂອງປ່າ”.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າຂອງລັດຖະບານ ໂດວັນຈ໊ຽນ ຢືນຢັນວ່າ ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກພິເສດ ຈະໄດ້ຮັບບຸລິມະສິດຢູ່ໃນລະດັບສູງສຸດ. ລັດຖະບານຈະເພີ່ມເງິນລົງທຶນຕື່ມອີກ ເພື່ອໃຫ້ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກໄວ້.
        “ພວກຂ້າພະເຈົ້າຈະຮັບເອົາບັນດາຄຳເຫັນປະກອບໃຫ້ໄດ້ຫລາຍທີ່ສຸດ ເພື່ອປະຕິບັດໂຄງການໃຫ້ສຳເລັດ, ຮັບປະກັນຄຸນນະພາບ ແລະ ມີຄວາມເປັນໄປໄດ້ກ່ວາ. ທຸກປີຈະຕິດຕາມກວດກາ, ລາຍງານຕໍ່ສະພາແຫ່ງຊາດ ກ່ຽວກັບຈຸດທີ່ຍັງບໍ່ທັນເໝາະສົມ. ນີ້ແມ່ນໂຄງການ ບໍ່ພຽງແຕ່ພັດທະນາເສດຖະກິດສັງຄົມເທົ່ານັ້ນ ຫາກຍັງມີພາລະກຳມະຫາສາມັກຄີຊົນຊາດຊົນເຜົ່າ, ເປັນໂອກາດໃຫຍ່ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຫລຸດຜ່ອນຄວາມທຸກຍາກລົງ.
       ໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍໄລຍະ 2021 – 2030 ຈະໄດ້ປະຕິບັດໃນ 2 ໄລຍະ ແມ່ນ 2021 – 2025 ແລະ 2026 – 2030 ດ້ວຍເງິນລົງທຶນທັງໝົດແມ່ນຫລາຍກ່ວາ 271.934 ຕື້ດົ່ງ.
(ແຫຼ່ງຄັດຈາກ VOV)
 

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ເປີດ​ບັນ​ດາ​ທິດ​ຮ່ວມ​ມື​ໃໝ່​ລະ​ຫວ່​າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ແລະ ຝ​ລັ່ງ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ເປີດ​ບັນ​ດາ​ທິດ​ຮ່ວມ​ມື​ໃໝ່​ລະ​ຫວ່​າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ແລະ ຝ​ລັ່ງ

ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ນຳ​ຂັ້ນ​ສູງ​ຫວຽດ​ນາມ, ລັດ​ເຊຍ ແລະ ຝ​ລັ່ງ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ສູງ, ມີ​ການ​ແລ​ກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວຽກ​ງານ​ເຮັດ​ແນວ​ໃດ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ໃຫ້​ມີ​ປະ​ສິດ​ທິ​ຜົນ ​ໃນ​ບັນ​ດາ​ຂົງ​ເຂດ

Top