• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ເລີ່ມຕົ້ນໂຄງການພັດທະນາກຳລັງຄວາມສາມາດດ້ານກະສິກຳ

      ໂຄງການໄດ້ປະຕິບັດແຕ່ເດືອນສິງຫາປີ 2019 ເຖິງເດືອນກໍລະກົດປີ 2024, ຢູ່ 9 ປະເທດໃນໂລກ, ໃນນັ້ນເຂດ ອາຊີ ມີ 3 ປະເທດແມ່ນ ລາວ, ກຳປູເຈຍ ແລະ ປາກິດສະຖານ.

ໂຄງການພັດທະນາກຳລັງຄວາມສາມາດໃນບັນດາລະບົບປ່ຽນແປງໃໝ່ດ້ານກະສິກຳແນໃສ່ເປີດກ້ວາງກອບພື້ນຖານກະສິກຳເຂດຮ້ອນ (ພາບ: VOV)
      ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ຄະນະຜູ້ແທນສະຫະພາບ ເອີລົບ ແລະ ສະຖາບັນຄົ້ນ­ຄວ້າກະ­ສິ­ກຳປ່າ­ໄມ້ແຫ່ງຊາດ ລາວ (NAFRI) ຫາກໍ່ເລີ່ມຕົ້ນໂຄງການພັດທະນາກຳລັງຄວາມສາມາດໃນບັນດາລະບົບປ່ຽນແປງໃໝ່ດ້ານກະສິກຳແນໃສ່ເປີດກ້ວາງກອບພື້ນຖານກະສິກຳເຂດຮ້ອນ (TAP AIS), ແນໃສ່ໜູນຊ່ວຍຂະແໜງການກະສິກຳເພີ່ມປະສິດທິຜົນໃນການຜະລິດ, ເພີ່ມຄວາມສາມາດແກ່ງແຍ່ງໃຫ້ຜະລິດຕະພັນ ແລະ ມີຄວາມສາມາດທົນທານຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
            ນີ້ແມ່ນໂຄງການທົ່ວໂລກເຊິ່ງນອນໃນຂໍ້ລິເລີ່ມ “ພັດທະນາການປ່ຽນແປງໃໝ່ອັດສະລິຍະໂດຍຜ່ານການຄົ້ນຄວ້າໃນກະສິກຳ” (DeSIRA) ຂອງສະຫະພາບ ເອີລົບ. ໂຄງການຈະປະກອບສ່ວນຊຸກຍູ້ການຫັນປ່ຽນໃນການຜະລິດກະສິກຳ ແລະ  ສະບຽງອາຫານໃຫ້ເໝາະສົມກັບອາກາດ, ສະມັດຕະພາບ ແລະ ການພັດທະນາແບບຍືນຍົງ. ຄຽງຄູ່ການປະກອບສ່ວນເຂົ້າການຄ້ຳປະກັນດ້ານສະບຽງອາຫານ, ໂຄງການຍັງມຸ່ງໄປເຖິງການພັດທະນາເສດຖະກິດແບບຍືນຍົງ ແລະ ການຄຸ້ມຄອງຊັບພະຍາກອນ, ສິ່ງແວດລ້ອມໄດ້ເປັນຢ່າງດີ. ໂຄງການໄດ້ປະຕິບັດແຕ່ເດືອນສິງຫາປີ 2019 ເຖິງເດືອນກໍລະກົດປີ 2024, ຢູ່ 9 ປະເທດໃນໂລກ, ໃນນັ້ນເຂດ ອາຊີ ມີ 3 ປະເທດແມ່ນ ລາວ, ກຳປູເຈຍ ແລະ ປາກິດສະຖານ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top