• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວສາມາດຍາດລາງວັນທີ1ໄດ້ໃນການແຂ່ງຂັນອາຊຽນ QUIZ ຄັ້ງທີ 7


ການ​ແຂ່ງ​ຂັນ​ຊອກ​ຮູ້ ອາ​ຊຽນ​ລະ​ດັບພາກ​ພື້ນ ຄັ້ງ​ທີ 7
(ພາບ: ໝີບີງ)
​      ໃນ​ວັນ​ທີ 14/8, ຢູ່​ນະ​ຄອນຫຼວງວຽງ​ຈັນ, ໄດ້​ດຳ​ເນີນ​ການ​ແຂ່ງ​ຂັນ​ຊອກ​ຮູ້ ອາ​ຊຽນ​ລະ​ດັບພາກ​ພື້ນ ຄັ້ງ​ທີ 7. ການ​ແຂ່ງ​ຂັນ​ໄດ້​ສະ​ຫງວນ​ໃຫ້​ນັກ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ ​ບັນ​ດາ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ຄວາມ​ຮູ້​ໃນ​ທຸກ​ຂົງ​ເຂດ​ ຈາກ​ເສດ​ຖະ​ກິດ, ການ​ເມືອງ, ຄວາມ​ສະ​ຫງົບ​ປອດ​ໄພ, ສັງ​ຄົມ, ການ​ຮ່ວມ​ມື​ນອກ​ກຸ່ມ​ ​ຕະຫຼອດ​ຮອດຂໍ້​ມູນ​ຂ່າວ​ສານ​ ກ່ຽວ​ກັບ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​​ອາ​ຊຽນ. ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ມີ​ນັກ​ຮຽນມັດ​ທະ​ຍົມ​ຕອນ​ປາຍ 30 ຄົນ ທີ່ມາ​ຈາກ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ. ນີ້​ແມ່ນ​ບັນ​ດາ​ນັກ​ຮຽນ ທີ່ຍາດ​​ໄດ້ໄຊ​ຊະ​ນະ ໃນບັນ​ດາ​ການ​ແຂ່ງ​ຂັນອາ​ຊຽນ QUIZ ຄັ້ງ​ທີ 7 ລະ​ດັບ​​ຊາດ. ບັນ​ດາ​ຜູ້​ເຂົ້າ​ຮ່ວມຕ້ອງ​ຜ່ານການ​ແຂ່ງ​ຂັນ 4 ຮອບ ດ້ວຍ​ບັນ​ດາຄຳ​ຖາມສຸມ​ໃສ່​ບັນ​ດາ​ຫົວ​ຂໍ້ຫຼັກ​ເຊັ່ນ: ເສດ​ຖະ​ກິດ, ການ​ເມືອງ, ຄວາມ​ສະ​ຫງົບ​ປອດ​ໄພ, ວັດ​ທະ​ນະ​ທຳ-ສັງ​ຄົມ ແລະ ຄວາມ​ຮູ້​ທົ່ວ​ໄປ​ກ່ຽວ​ກັບ​ອາ​ຊຽນ. ຜົນ​ການ​ແຂ່ງ​ຂັນ, ທີມ​ລາວ ສາ​ມາດ​ຍາດ​ໄດ້​ລາງວັນ​ທີ 1 ໃນ​ການ​ແຂ່ງ​ຂັນອາ​ຊຽນ QUIZ ຄັ້ງ​ທີ 7 ​ໄດ້ດ້ວຍ​ 415 ຄະ​ແນ​ນ.
        ການ​ແຂ່ງຂັນອາ​ຊຽນ QUIZ ຄັ້ງ​ທີ 7 ໂດ​ຍ​ລາວ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ ເປັນ​ການ​ເຄື່ອນ​ໄຫວ​ໜຶ່ງ​ໃນ​ຂອບ​ເຂດການ​ຮ່ວມ​ມື ຂອງ​ເສົາ​ຄ້ຳ​ວັດ​ທະ​ນະ​ທຳ​-ສັງ​ຄົມ ອາ​ຊຽນ. ຜ່ານ​ບັນ​ດາ​ຄຳ​ຖາມ ແລະ ຄຳ​ຕອບ​ ຂອງ​ການ​ແຂ່ງ​ຂັນ, ບັນ​ດາ​ຜູ້​ແຂ່ງ​ຂັນ​ມີ​ຄວາມ​​ຮູ້​ຕື່ມ​ອີກ ກ່ຽວ​ກັບ​ປະ​ຫວັດ​ຄວາ​ມ​ເປັນ​ມາ, ການ​ພັດ​ທະ​ນາ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ການ​ເມ​ືອງ ແລະ ເສດ​ຖະ​ກິດ ໃນ​ພາກ​ພື້ນ. ນີ້ກໍ່​ເປັນ​ໂອ​ກາດ ເພື່ອ​ໃຫ້​ບັນ​ດາ​​ເພື່ອນນັກ​ຮຽນ​ ໃນ​ກຸ່ມ​ບັນ​ດາປະ​ເທດ​ສະ​ມາ​ຊິກ ໄດ້​ພົບ​ປະ​ແລກ​ປ່ຽນ​ແຮກ​ສ່ຽວ, ຍົກ​ສູງ​ທັກ​ສະ ​ສື່​ສານ​ໂຄ​ສະ​ນາ​, ແລ​ກ​ປ່ຽນ​ ​ວັດ​ທະນະ​ທຳ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top